ປະທານປະເທດ ຕ້ອນຮັບ ຫົວໜ້າອົງການໄອຍະການສູງສູດ ສ ຣັດເຊຍເຂົ້າຢ້ຽມ ຂ່ຳນັບ

ວັນທີ 28 ພຶດສະພາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສູດ ສ ຣັດເຊຍ ພ້ອມດ້ວຍຄະນະເຂົ້າຢ້ຽມຂ່ຳນັບ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 27-29 ພຶດສະພາ 2025.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ເຊິ່ງເປັນການຢ້ຽມຢາມທີ່ມີຄວາມໜາຍສໍາຄັນຍິ່ງ ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນມີມູນເຊື້ອ ແລະ ການຮ່ວມມືຫລາຍດ້ານ ລະຫ່ວາງສອງປະເທດ ລາວ ແລະ ຣັດເຊຍ ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທໍາໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ທ່ານ ທອງລຸນ ສີສຸລິດກ່າວຕື່ມວ່າ: ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ພ້ອມທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ສະຫະພັນຣັດເຊຍ ໃນທຸກຂົງເຂດ ທີ່ມີທ່າແຮງຮ່ວມກັນ, ບໍ່ວ່າຈະເປັນດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ, ການທ່ອງທ່ຽວ ແລະ ການຮ່ວມມືເວທີພາກພື້ນ ແລະ ສາກົນ. ພ້ອມທັງ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາ ຊົນ ຣັດເຊຍ ທີ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ສປປ ລາວ ຕະຫລອດມາ ໂດຍສະເພາະໃນການພັດທະນາຊັບ ພະຍາກອນມະນຸດ, ການຊ່ວຍເຫລືອດ້ານເຕັກນິກ-ການທະຫານ, ລວມທັງການຊ່ວຍ ເຫລືອເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ, ພ້ອມທັງ ອວຍພອນໃຫ້ທ່ານ ອິກໍ ວິກຕໍຣໍຈ ກຣາສນົບ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ ໃນການມາເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດໄປຍັງ ທ່ານ ປະທານາທິບໍດີ ວາລາດີເມຍ ປູຕິນ ແລະ ບັນດາການນໍາຂັ້ນສູງຂອງ ສະຫະພັນຣັດເຊຍ ອີກດ້ວຍ.
ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ທອງລຸນ ສີສຸລິດ, ພ້ອມທັງ ແຈ້ງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານ ປະທານປະເທດ ຮັບຊາບ. ລວມທັງ ລາຍງານ ສະພາບການຮ່ວມມື ແລະ ການ ເຄື່ອນໄຫວວຽກງານ ຂອງອົງການໄອຍະການ ຂອງສອງປະເທດ ຣັດເຊຍ-ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ, ສໍາຄັນ ແມ່ນການຜັດປ່ຽນ ຄະນະຜູ້ແທນຂັ້ນສູງໃນການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນ ແນໃສ່ການພັດທະນາຂົງເຂດວຽກງານໄອຍະການຂອງ ສອງປະເທດໃຫ້ເຂົ້າສູ່ລວງເລິກ.

