ລາວ-ໄທ ລົງນາມເຊັນບົດບັນທຶກກອງປະຊຸມຮ່ວມມື ຮັກສາຄວາມສະຫງົບຕາມຊາຍເເດນ ດ່ານສາກົນ ຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມ

ກອງປະຊຸມຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍເເດນລາວ-ໄທ (ຄຳມ່ວນ-ນະຄອນພະນົມ) ຄັ້ງທີ່1, ລະຫວ່າງຫ້ອງການປະສານງານຊາຍເເດນ BLO ດ່ານສາກົນຂົວມິດຕະພາບ 3 ເເຂວງຄຳມ່ວນ ເເລະ ຫ້ອງການປະສານງານ BLO ນະຄອນພະນົມ ໄດ້ດຳເນີນໄປໃນວັນທີ 23 ພຶດສະພາ 2025 ທີ່ເເຂວງຄຳມ່ວນ,
ສອງຝ່າຍເຫັນດີຈັດກອງປະຊຸມເພື່ອປືກສາຫາລື ເເລກປ່ຽນຄວາມຄິດເຫັນ , ຊອກຫາວິທີການ ,ມາດຕະການ ,ການເເກ້ໄຂ ສະພາບການທີ່ເກີດຂຶ້ນໃນປັດຈຸບັນ ເເລະ ຕໍ່ໜ້າຮ່ວມກັນ, ທັງສອງຝ່າຍເເມ່ນໄດ້ຈັດຕັ້ງປະຕິບັດຕາມບົດບັນທຶກ, ຂໍ້ຕົກລົງຄວາມຮ່ວມມື ໃນການຄວບຄຸມຢາເສບຕິດ ລະຫວ່າງສອງ ປະເທດລາວ-ໄທ ເຊິ່ງໄດ້ ເເລກປ່ຽນຂໍ້ມູນໃຫ້ກັນຊາບ ໃນການລັກລອບຄ້າຂາຍຢາເສບຕິດ, ອາວຸດເຖື່ອນ, ລົດເຖື່ອນ, ສານອອກລິດຕໍ່ຈິດປະສາດ, ສານເຄມີຕົ້ນ, ອາຊະຍະກຳຂ້າມຊາດ, ຂົນສົ່ງຢາເສບຕິດ, ຄ້າມະນຸດ, ການກໍ່ການຮ້າຍ, ອາດຊະຍະກຳທາງອິນເຕີເນັດ, ເຂົ້າ-ອອກເມືອງ ບໍ່ຖືກຕ້ອງ ເເລະ ອື່ນໆ ທີ່ລະເມິດລະບຽບ ກົດໝາຍທີ່ສົ່ງຜົນກະທົບຕໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບ ຮຽບຮ້ອຍຕໍ່ທັງສອງຝ່າຍ ພ້ອມທັງຮ່ວມກັນສະໜັບສະໜູນພັດທະນາ ເເລະ ສົ່ງເສີມວຽກງານຂອງພະນັກງານຫ້ອງການປະສານງານຊາຍເເດນຢູ່ດ່ານສາກົນຂົວມິດຕະພາບ 3 ເເຂວງຄຳມ່ວນ ເເລະ ຫ້ອງການປະສານງານຊາຍເເດນຈັງຫວັດນະຄອນພະນົມ.
ສອງຝ່າຍໄດ້ຮ່ວມກັນລົງນາມເຊັນບົດບັນທຶກກອງປະຊຸມຮ່ວມມື ຮັກສາຄວາມສະຫງົບຕາມຊາຍເເດນລາວ-ໄທ ລະຫວ່າງຫ້ອງການປະສານງານ ຊາຍເເດນ BLO ດ່ານ ສາກົນຂົວມິດຕະພາບ 3 ຄຳມ່ວນ ເເລະ ຫ້ອງການປະສານງານ BLO ນະຄອນພະນົມຄັ້ງທີ 1 ປະຈຳປີ 2025ຕື່ມອີກ. ຊຶ່ງຝ່າຍເເຂວງຄຳມ່ວນນຳໂດຍ ພັທ ວໍລະຈິດ ດວງລາຕີ ຫົວໜ້າຫ້ອງຕຳຫລວດ ປກສ ເເຂວງຄຳມ່ວນ, ຝ່າຍຈັງຫວັດ ນະຄອນພະນົມ ນຳໂດຍ ທ່ານ ນັນທະວິດ ນາກເເສງ ຫົວໜ້າຫ້ອງວ່າການຈັງຫວັດນະຄອນພະນົມ ພ້ອມດ້ວຍຄະນະຜູ້ເເທນທັງສອງຝ່າຍເຂົ້າຮ່ວມ.
ທີ່ມາ: ລາຍການ ຄວາມສະຫງົບແຂວງຄຳມ່ວນ

