ວັດຖຸບູຮານ ຂອງລ້ຳຄ່າ​ ເຖິງເວລາກັບມາເປັນຊັບສົມບັດຂອງຊາດລາວ

ໂດຍ : ຜາຕຸງ

ເກືອບຄົບຮອບປີທີ່ ທີມງານຂຸດຄົ້ນພຣະພຸດທະຮູບ ແລະ ວັດຖຸບູຮານ ແຄມຂອງ ດອນເຜີ້ງຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວໄດ້ຢຸດການຂຸດຄົ້ນ ເພື່ອກະກຽມຫຼາຍໆຢ່າງ ຈົນເຖິງຕົ້ນເດືອນພຶດສະພາ​ 2025 ນີ້ກໍໄດ້ລມືສືບຕໍ່ໃນການຂຸດຄົ້ນ ໃນຮອບທີ 2 ຊຶ່ງຮອບນີ້ໄດ້ລະດົມທຸກກຳລັງແຮງງານ​ ແລະ​ ອຸປະ ກອນກົນຈັກເຂົ້າຊ່ວຍເຮັດໃຫ້ການການຂຸດຄົ້ນດຳເນີນໄປດ້ວຍດີ ເບື້ອງຕົ້ນພົບເຫັນພຮະພຸດທະຮູບ ຂະໜາດກາງ ແລະ ນ້ອຍຫຼາຍສິບອົງ ແຕ່ລະອົງຍັງຄົງສວຍງາມສົມບູນແຜ່ເມດຕາປາລະມີແກ່ຜູ້ພົບເຫັນຢ່າງຊື່ນໃຈ.​

ການຂຸດຄົ້ນໄດ້ດຳເນີນໄປຕາມແຜນຜັງການສຳຫລວດຂອງບໍລິສັດເອກະຊົນທີ່ໄດ້ມາຊ່ວຍເຫລືອລ້າໃນໄລຍະເດືອນມີນາທີ່ຜ່ານມາ ດ້ວຍການສ້າງຄັນຄູກັ້ນນໍ້າ ແລະ ເປີດໜ້າດິນ 2ຈຸດ, ທຳອິດບໍ່ທັນໄດ້ພົບເຫັນຫຍັງ ນອກຈາກຊາກກ້ອນດິນຈີ່ເກົ່າ ແລະ ເຫລັກຈຳນວນໜຶ່ງ ເຊິ່ງບໍລິເວນຂອບເຂດ ຈຸດພິກັດ ແລະ ຄວາມເລິກຈາກລະດັບໜ້ານໍ້າຍັງບໍ່ທັນໄດ້ຕາມເປົ້າໝາຍທີ່ຕ້ອງການ.

ໃນທີ່ສຸດ ກໍມີຂ່າວດີທີ່ໂທລະພາບແຂວງບໍ່ແກ້ວ ລາຍງານວ່າ: ເວລາ 17ໂມງ10ນາທີ ວັນທີ 20 ພຶດສະພາ 2025ນີ້ ທີມງານຂຸດຄົ້ນພຣະພຸດທະຮູບ ແລະ ວັດຖຸບູຮານ ໄດ້ຂຸດພົບພຣະພຸດທະຮູບປາງຊະນະມານ ອົງໜຶ່ງ ສູງປະມານ 44 cm, ໜ້າຕັກກວ້າງປະມານ 27cm, ບ່າໄຫລ່ກວ້າງ 18 cm ພຣະບໍ່ສົມບູນ, ນອກນີ້ຍັງພົບ ຊິ້ນຊ່ວນເງິນສົດ 4 ຊິ້ນ ແລະໜ້າທັ່ງເຫລັກ 1 ອັນ ແຕ່ວ່າການກອບ ກູ້ນີ້ ແມ່ນຈະສືບຕໍ່ໄປເລື້ອຍໆ ຕາມສະພາບດິນຟ້າອາກາດ ແລະ ລະດູການ ຈົນກວ່າຈະບໍ່ພົບວັດຖຸຫລົງເຫລືອຢູ່.

ນີ້ເປັນຂ່າວດີພຽງເບື້ອງຕົ້ນເທົ່ານັ້ນ ທີ່ທາງທິມງານຂຸດຄົ້ນພຣະພຸດທະຮູບ ແລະ ວັດຖຸບູຮານ ກໍຄືອຳນາດການປົກຄອງແຕ່ລະຂັ້ນຂອງທ້ອງຖິ່ນ ແລະ ປະຊາຊົນແຂວງບໍ່ແກ້ວສາມາດເຮັດໄດ້ ແນວໃດ ການຂຸດຄົ້ນຍັງຈະພົບວັດຖຸບູຮານໂດຍສະເພາະແມ່ນພຣະພຸດທະຮູບເກົ່າແກ່ປາງຕ່າງໆຕື່ມອີກ ຍ້ອນວ່າຢູ່ຂົງເຂດນີ້ເຄີຍເປັນດິນແດນແຫຼມສຸວັນນະພູມອັນຮຸ່ງເຮືອງເຫຼືອງເຫຼື້ອມ ທາງດ້ານ ອາລິຍະທຳມາກ່ອນແລ້ວ,

ຜ່ານການຂຸດຄົ້ນຫຼາຍວັນນັບແຕ່ວັນທີ 11​ ເຖິງ​ 26​ ພຶດສະພາ​ 2025​ ສາມາດຄົ້ນພົບວັດຖຸບູຮານຫຼາຍຊິ້ນ ແລະ​ ພົບພຣະພຸທະຮູບອົງນ້ອຍຫຼາຍອົງ ທີ່ຍັງຄົງສະພາບເກກືອບສົມບູນແບບ ນັບວ່າເປັນຜົນງານຂອງທີມງານ ແລະ​ ຊາວລາວ ພວກເຮົາຄົນລາວຊາວພຸດທົ່ວປະເທດ ຕ້ອງຍິ້ມຮັບ ແລະ ສະແດງຄວາມຍິນດີປີດາຍໍມືສາທຸນຳ ພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນ ທີມງານຂຸດຄົ້ນວັດຖຸບູຮານຊັບສົມບັດທາງດ້ານວັດທະນະທຳຂອງຊາດ.​

ການຂຸດຄົ້ນຈາກຮ່ອງຮອຍປະຫວັດສາດ ແລະ​ ໄດ້ພົບພຣະພຸດທະຮູບອົງນ້ອຍໃຫຍ່ ປາງຕ່າງໆ ທີ່ຊົງຄຸນຄ່າທາງດ້ານຈິດໃຈຂອງຄົນລາວຊາວພຸດ ຢູ່ດອນເຜິ້ງຄຳເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວເປັນຈຳນວນຫຼາຍຮ້ອຍອົງ ຂຶ້ນຈາກພື້ນດອນຊາຍແມ່ນນ້ຳຂອງ ຂຶ້ນມາປະດິດສະຖານໄວ້ຕາມບ່ອນທີ່ເຫັນວ່າສົມຄວນ ແລະ ວັດຖຸພັນເກົ່າແກ່ເຫຼົ່ານັ້ນລ້ວນແລ້ວແຕ່ໄດ້ຮັບການຢັ້ງຢືນ ຂຶ້ນທະບຽນເປັນຊັບສົມບັດຂອງຊາດເປັນທີ່ຮຽບຮ້ອຍແລ້ວ.​