ມອບ-ຮັບໜ້າທີ່ດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ທ່ານ ພັອ ບຸນປະດິດ ວົງພູທອນ (ຜູ້ເກົ່າ) ແລະ ທ່ານ ບຸນທະນົງສັກ ເທບພະລັກ ຮັກສາການ (ຜູ້ໃໝ່)

ວັນທີ 22 ພຶດສະພາ 2025 ຜ່ານມານີ້ ຢູ່ດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ຈັດພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພັອ ບຸນປະດິດ ວົງພູທອນ ຫົວໜ້າຄະນະຄຸ້ມຄອງດ່ານ (ຜູ້ເກົ່າ) ແລະ ທ່ານ ບຸນທະນົງສັກ ເທບພະລັກ ຮັກສາການຫົວໜ້າຄະນະຄຸ້ມຄອງດ່ານ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ສົມໃຈ ພານີຈັນ ມີບັນດາທ່ານຕາງໜ້າພະແນກການທີ່ກ່ຽວຂ້ອງ, ຄະນະຄຸ້ມຄອງດ່ານ ແລະ ພະນັກງານພາຍໃນດ່ານເຂົ້າຮ່ວມ. ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.

ການມອບ-ຮັບ ຄັ້ງນີ້ ແມ່ນປະຕິບັດຕາມ ຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນ ສະບັບເລກທີ 809/ຈຂ, ລົງວັນທີ 19 ພຶດສະພາ 2025 ວ່າດ້ວຍການຖອດນາຍຕໍາຫຼວດກັບຄືນກົມກອງເກົ່າ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 131/ຈຂ, ລົງວັນທີ 19 ພຶດສະພາ 2025 ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 3, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 49/ຄປຈ.ຄມ, ລົງວັນທີ 20 ພຶດສະພາ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮັກສາການເລຂາຄະນະພັກຮາກຖານດ່ານສາກົນຂົວມິດຕະພາບ 3.