ມອບ-ສົ່ງອັດຖິທະຫານອາສະໝັກ ແລະ ຊ່ຽວຊານ ຫວຽດນາມ 12 ອັດຖິກັບຄືນປະເທດ

ວັນທີ 21 ພຶດສະພາ 2025 ຄະນະປະຕິບັດງານພິເສດແຂວງສະຫວັນນະເຂດ ແລະ ກອງປະຕິບັດງານພິເສດ 584 ທະຫານແຂວງກວາງຈີປະຈໍາເມືອງເຊໂປນ ໄດ້ຈັດພິທີມອບ-ສົ່ງອັດຖິທະຫານອາສາສະໝັກ ແລະ ຊຽວຊານ ຫວຽດນາມ ປະຈໍາສົກປີ 2024-2025 ຈໍານວນ 12 ອັດຖິກັບຄືນປະເທດ ທີ່ດ່ານລາວບາວແດນສະຫວັນ.

ການມອບ-ສົ່ງອັດຖິທະຫານອາສາສະໝັກ ແລະ ຊຽວຊານ ຫວຽດນາມຄັ້ງນີ້ ແມ່ນປະຕິບັດຕາມແຜນນະໂຍບາຍຂອງ 2 ພັກ, 2 ລັດຖະບານລາວ – ຫວຽດນາມ (ໜັງສືທາງການສະບັບເລກທີ 104/KH-UBND ລົງວັນທີ 6 ພຶດສະພາ 2025) ຂອງຄະນະປະຕິບັດງານພິເສດແຂວງກວາງຈີກ່ຽວກັບຄວາມເອກະພາບເນື້ອໃນວັນເວລາໃນການຈັດພິທີມອບ-ຮັບອັດຖິທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊິວິດໃນປາງສົງຄາມ ຈໍານວນ 12 ອັດຖິກັບຄືນປະເທດ.

ໃນໂອກາດດັ່ງກ່າວ, ສະຫາຍ ພັອ ພັນວິໄລ ລາດສະຍົນເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຮອງປະທານຄະນະກໍາມະການປະຕິບັດງານພິເສດແຂວງ ສະຫວັນນະເຂດ ສປປ ລາວ, ສະຫາຍພັນເອກ ຫງວ໊ຽນ ບ໊າຢ້ວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຮອງປະທານຄະນະກໍາມະການປະຕິບັດງານພິເສດແຂວງກວາງຈີ ສສ ຫວຽດນາມ ໄດ້ຜັດປ່ຽນກັນຂຶ້ນກ່າວຄໍາໄວ້ອາໄລເຖິງດວງວິນຍານບັນດາສະຫາຍອ້າຍນ້ອງທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມຈໍານວນ 12 ອັດຖິທີ່ຊອກຄົ້ນໄດ້.