“ປ່າໄມ້ຄືຄຳຂຽວຂອງຊາດ” ຕັ້ງໜ້າຈັດຕັ້ງປະຕິບັດ ປູກປ່າໃຫ້ມີເນື້ອທີ່ກວມ 70% ຂອງປ່າເທດ

ໂດຍ: ຜາຕຸງ

ວັນທີ 1 ມິຖຸນາ ຂອງທຸກປີ ເປັນວັນປູກຕົ້ນໄມ້ ແຫ່ງຊາດ ເຊິ່ງກົງກັບວັນເດັກນ້ອຍສາກົນ ເພື່ອສ້າງຈິດສໍານຶກໃຫ້ແກ່ ເຍົາວະຊົນ ແລະ ອະນຸຊົນ ກໍຄື ທົ່ວສັງຄົມ ໃຫ້ເຫັນໄດ້ເຖິງ ຄວາມສໍາຄັນຂອງປ່າ ໄມ້, ການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ຕາມທິດ ສີຂຽວ ແລະ ຍືນຍົງ. ປ່າໄມ້ ມີຄວາມສໍາຄັນທີ່ສຸດ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ທັງທາງກົງ ແລະ ທາງອ້ອມ, ມີຄວາມສຳຄັນຕໍ່ການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນານາພັນ ໃຫ້ມີຄວາມອຸດົມສົມບູນ, ພ້ອມທັງຫລຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ເຊິ່ງບົດບາດນີ້, ມະນຸດເຮົາບໍ່ສາມາດຈະເຮັດແທນໄດ້.

ປ່າໄມ້ມີຄວາມສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດທັງທາງກົງ ແລະ ທາງອ້ອມ, ມີຄວາມສຳຄັນຕໍ່ການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນານາພັນໃຫ້ມີຄວາມອຸດົມສົມບູນ, ພ້ອມທັງ ຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຊຶ່ງບົດບາດນີ້ມະນຸດເຮົາບໍ່ສາມາດຈະເຮັດແທນໄດ້. ປ່າໄມ້ຍັງປະກອບສ່ວນຢ່າງຫຼວງຫຼາຍ ຕໍ່ການພັດທະນາຂະແໜງກະສິກຳ ຕິດພັນກັບອຸດສາ ຫະກຳ ແລະ ການບໍລິການ ແລະ ການພັດທະນາພື້ນຖານໂຄງລ່າງເຊັ່ນ: ເຂື່ອນໄຟຟ້ານ້ຳຕົກ, ອ່າງເກັບ ນ້ຳ ເພື່ອການຜະລິດກະສິກຳ, ການຜະລິດເປັນສິນຄ້າ, ການຄົມມະນາຄົມ, ການຂຸດຄົ້ນຊັບພະຍາກອນປ່າໄມ້ ແລະ ເຄື່ອງປ່າຂອງດົງແບບຍືນຍົງ ຊຶ່ງໄດ້ປະກອບສ່ວນສຳຄັນຕໍ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ.

 “ປູກຕົ້ນໄມ້ ໃນວັນນີ້ ເພື່ອລູກຫລານໃນວັນໜ້າ”;  “ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປະກອບສ່ວນ ໃນການປົກປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນການປ່ຽນແປງດິນຟ້າອາກາດ”. ທັງໝົດນີ້ ແມ່ນຄຳຂວັນ ທີ່ກຳນົດອອກໃນການປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2025 ນີ້  ຊຶ່ງທົ່ວປະເທດມີແຜນຈະປູກຕົ້ນໄມ້ໃນເນື້ອທີ່ 1,600 ກວ່າເຮັກຕາ, ຈະນຳໃຊ້ເບ້ຍໄມ້ 997,000 ກວ່າເບ້ຍ, ແຕ່ໂດຍລວມແລ້ວ ທົ່ວປະເທດມີຄາດໝາຍປູກໄມ້ທັງໝົດ 37,200 ກວ່າເຮັກຕາ ເປັນຄຳຖະແຫຼງຂອງທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້.

ຖ້າຫາກເຮົາເບິ່ງຕົວເລກແຜນການປູກໄມ້ທົ່ວປະເທດຕະຫຼອດໄລຍະ ລະດູຝົນປີນີ້ ທີ່ກຳນົດອອກມານັ້ນບໍ່ແມ່ນໜ້ອຍພໍປານໃດ ເພື່ອໃຫ້ສຳເລັດຕາມຄາດໝາຍນັ້ນ ມັນບໍ່ແມ່ນເລື່ອງງ່າຍປານໃດ ເພາະມີຫຼາຍຢ່າງຫຼາຍເງື່ອນໄຂທັງໃນຕົວແລະນອກຕົວ ລວມທັງປັດໄຈການປູກເປັນຕົ້ນແມ່ນ ການກຳນົດເນື້ອທີ່ປູກ ເບ້ຍໄມ້ທີ່ຈະນຳໄປປູກໃຫ້ເໝາະສົມກັບສະພາບທີ່ດິນຂອງແຕ່ລະທ້ອງຖິ່ນ, ບຸກຄະລາກອນໃນການນຳພາຕິດຕາມ ລວມທັງຄວາມຕື່ນຕົວອັນແທ້ຈິງຂອງປະຊາ ຊົນແຕ່ລະທ້ອງຖິ່ນ ເລື່ອງງົບປະມານຕອບສະໜອງໃນການປູກ ເບິ່ງລວມແລ້ວຄົງຈະບໍ່ເປັນບັນຫາ.

ແຕ່ລະປີ ລັດຖະບານໄດ້ກຳນົດຄາດໝາຍການ ປູກຕົ້ນໄມ້ ໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມິຖຸນາ ເພື່ອຟື້ນຟູປ່າໄມ້ໃຫ້ກວມເອົາພື້ນທີ່ ທັງໝົດຂອງປະເທດ 70%, ເພື່ອທົດແທນປ່າໄມ້ທີ່ສູນເສຍໄປຢ່າງຫຼວງຫຼາຍຍ້ອນການຕັດໄມ້ທຳລາຍປ່າຊະຊາຍ, ການຖາງປ່າເຮັດໄຮ່, ເຮັດສວນຂະຫຍາຍເນື້ອທີ່ການຜະຫຼິດສິນຄ້າກະສິກຳ ສະໜອງພາຍໃນ ແລະ ສົ່ງອອກ, ການຕັດໄມ້ເພື່ອການພັດທະນາພື້ນຖານໂຄງລ່າງ, ໂຮງຈັກ, ໂຮງານ, ຖະໜົນຫົນທາງ ແລະ ອື່ນໆ ຮັບໃຊ້ການພັດທະນາເສດຖະກິດຂອງຊາດຕາມແຜນນະໂຍບາຍຂອງລັດຖະບານ.

ໃນເມື່ອເຮົາຫາກຮູ້ເຖິງຄວາມສຳຄັນຂອງປ່າໄມ້ທີ່ມີຕໍ່ການດຳລົງຊີວິດຄືແນວນັ້ນແລ້ວ ເຮົາຊິເຮັດແນວໃດເພື່ອໃຫ້ການປູກ, ປົກປັກຮັກສາ ແລະການນຳໃຊ້ຜົນປະໂຫຍດຈາກປ່າໄມ້ມີຄວາມຍືນຍົງຕະຫຼອດໄປ ມັນຮຽກໃຫ້ທຸກຄົນໃນສັງຄົມ ພ້ອມກັນປຸກລະດົມແນວໃດ, ເຮັດແນວໃດໃຫ້ສັງຄົມມີຄວາມຕື່ນຕົວຢ່າງຈິງຈັງປະກອບສ່ວນເຂົ້າໃນຂະບວນການນີ້, ແຕ່ຫາກບໍ່ແມ່ນການບັງຄັບ ເຮັດໃຫ້ຮູ້ວ່າການປູກປົກປັກຮັກສາປ່າໄມ້ ການປູກໄມ້ແມ່ນຂອງທົ່ວປວງຊົນທີ່ເປັນເຈົ້າຂອງປະເທດຊາດພ້ອມກັນເຮັດພ້ອມກັນສ້າງ ເພື່ອເປັນການສ້າງຂະບວນການປູກຈິດສຳນຶກໃຫ້ທົ່ວສັງຄົມໃນການສົ່ງ ເສີມປູກໄມ້ ແລະ ຟື້ນຟູປ່າ ແບບທໍາມະຊາດ ໃຫ້ກວ້າງຂວາງ ແລະ ບັນລຸຕາມແຜນການທີ່ວາງໄວ້,ເພື່ອປະກອບສ່ວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກເປັນກ້າວໆ, ດັ່ງທີ່ທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ເຄີຍກ່າວໄວ້ວ່າ: “ປ່າໄມ້ຄືຄໍາຂຽວຂອງຊາດ”