ປະກາດຖອນ ພັທ ພົມມະນີ ໄຊຍະລາດ ແລະ ເເຕ່ງຕັ້ງ ທ່ານ ສຸພັດ ສຸແສງໄທ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ

ຂ່າວໜັງສືພິມ ແຂວງຄຳມ່ວນ ລາຍງານວ່າ: ວັນທີ 23 ພຶດສະພາ 2025 ແຂວງຄໍາມ່ວນ ປະກາດການຈັດຕັ້ງມອບ-ຮັບໜ້າທີ່ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ ໂດຍການເຂົ້າຮ່ວມຂອງ ທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍຄະນະຄຸ້ມຄອງດ່ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການມອບ-ຮັບ ດັ່ງກ່າວ ແມ່ນອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ຄໍາມ່ວນ ສະບັບເລກທີ 809/ຈຂ ວ່າດ້ວຍການຖອດນາຍຕໍາຫລວດກັບຄືນກົມກອງເກົ່າ, ໂດຍໄດ້ຕົກລົງເຫັນດີໃຫ້ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ ກັບຄືນປະຈໍາການຢູ່ກອງບັນຊາການ ປກສ ແຂວງຄໍາມ່ວນ ແລະ ຂໍ້ຕົກລົງ ສະບັບເລກທີ 130/ຈຂ ລົງວັນທີ 19 ພຶດສະພາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນນາເພົ້າ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງ, ເປັນຮັກສາການເລຂາຄະນະພັກຮາກຖານດ່ານສາກົນນາເພົ້າແຂວງຄໍາມ່ວນ ຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 48/ຄປຈ.ຄມ ລົງວັນທີ 20 ພຶດສະພາ 2025.
ທີ່ມາ: Khammouane News

