ແຂວງສາລະວັນພົບຫຼາຍສັນຍາບໍ່ທັນຢັ້ງຢືນຄວາມຖືກຕ້ອງ ສ່ວນການນຳເຂົ້ານໍ້າມັນແມ່ນຖືກຕ້ອງຕາມລະບຽບການ

ທ່ານ ສົມສັກ ທົງຄຳຫານ ກຳມະການພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງສາລະວັນ ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານກວດກາທົ່ວແຂວງສາລະວັນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ວັນທີ 14 ພຶດສະພາ 2025ວ່າ: ໃນ 1 ປີຜ່ານມາ ໄດ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄໍາສັ່ງ ຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ໃນການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ;

ດໍາເນີນການກວດກາລາຍຮັບ-ລາຍຈ່າຍ ແລະ ການຄຸ້ມຄອງ-ນໍາໃຊ້ເງິນກອງທຶນທາງ ແຕ່ປີ 2020-2023. ໃນນັ້ນ, ງົບປະມານກອງທຶນທາງບ້ວງ 80% ທີ່ກະຊວງໂຍທາທິການ-ຂົນສົ່ງ ເປັນຜູ້ຄຸ້ມຄອງ-ນໍາໃຊ້ 5 ໂຄງການ (14 ສັນຍາ), ມູນຄ່າຕາມສັນຍາ 81.14 ຕື້ກີບ, ມູນຄ່າປະຕິບັດໄດ້ 71.51 ຕື້ກີບ ແລະ ງົບປະມານກອງທຶນທາງບ້ວງ 20% ທີ່ມອບໃຫ້ແຂວງຄຸ້ມຄອງ-ນໍາໃຊ້ ມີທັງ ໝົດ 95 ໂຄງການ, ມູນຄ່າຕາມສັນຍາ 51.87 ຕື້ກີບ, ມູນຄ່າປະຕິບັດໄດ້ 100%, ຜ່ານການກວດກາພົບເຫັນຫຼາຍສັນຍາ ບໍ່ທັນໄດ້ຢັ້ງຢືນຄວາມຖືກຕ້ອງຈາກທະບຽນສານ ແລະ ຍັງບໍ່ທັນໄດ້ຈົດທະບຽນຊັບສິນ;

ໄດ້ດໍາເນີນກວດກາການນໍາເຂົ້ານໍ້າມັນເຊື້ອໄຟ ຜ່ານດ່ານສາກົນຢູ່ແຂວງ ສາລະວັນ ແຕ່ປີ 2019-2023 ຈຳນວນ 05 ບໍລິສັດ ເຫັນວ່າມີການນໍາເຂົ້ານໍ້າມັນເຊື້ອໄຟຖືກຕ້ອງຕາມລະບຽບການ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດາເອກສານທີ່ສຳຄັນທີ່ຕິດພັນກັບວຽກງານກວດກາ, ພ້ອມທັງຮ່ວມກັນຄົ້ນຄວ້າປະກອບຄຳເຫັນໃສ່ບົດສະຫຼຸບ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ, ພ້ອມທັງໄດ້ຜ່ານ ແລະ ມອບ ຂໍ້ຕົກລົງຂອງອົງການກວດກາແຫ່ງລັດ ສະບັບເລກທີ 492/ອກຫລ, ລົງວັນທີ 3 ທັນວາ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ສົມສັກ ທົງຄໍາຫານ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງສາລະວັນ ຕື່ມອີກ.