ແຈ້ງການໂຈະຊົ່ວຄາວການອອກໃບອະນຸຍາດກິດຈະການຈຳໜ່າຍພາຫະນະ

ແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ລົງເມື່ອວັນທີ 20 ພຶດສະພາ 2025 ກ່ຽວກັບ ແຈ້ງການໃຫ້ຢຸດຕິຊົ່ວຄາວ ການອອກອະນຸຍາດດໍາເນີນທຸລະກິດ ກິດຈະການຈໍາໜ່າຍພາຫານະ ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານການຄຸ້ມຄອງພາຫານະໃຫ້ເຂົ້າສູ່ລະບົບ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ ຈຶ່ງແຈ້ງມາຍັງທ່ານ ປະຕິບັດດັ່ງນີ້:
1. ໃຫ້ຢຸດຕິຊົ່ວຄາວ ການອອກອະນຸຍາດດໍາເນີນທຸລະກິດ ກິດຈະການຈໍາໜ່າຍພາຫານະ ຕາມຄໍາແນະນໍາສະບັບ ເລກທີ 0612/ຫອຄ, ລົງວັນທີ 21 ມີນາ 2025.
2. ການປ່ຽນແປງເນື້ອໃນ ຫຼື ໃບອະນຸຍາດ ດໍາເນີນກິດຈະການ ການຈໍາໜ່າຍພາຫານະແມ່ນໃຫ້ລໍຖ້າຄະນະ ຮັບຜິດຊອບໃນການລົງກວດກາຄືນບັນດາບໍລິສັດນໍາເຂົ້າ, ຈໍາໜ່າຍພາຫານະ ຈົນກວ່າຈະສຳເລັດເພື່ອຄວາມ ຖືກຕ້ອງ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ.
3. ສະຫຼຸບລາຍງານ ບັນດາບໍລິສັດ ທີ່ສ້າງຕັ້ງ ແລະ ດໍາເນີນທຸລະກິດການຈໍາໜ່າຍພາຫານະ ພາຍໃນແຂວງ, ນະຄອນຫຼວງ ສົ່ງໃຫ້ ກົມການຄ້າພາຍໃນບໍ່ໃຫ້ກາຍວັນທີ 27 ມິຖຸນາ 2025.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດ.

