ປກສ ແຂວງບໍ່ແກ້ວ ກວດຄົ້ນເຮືອນຄູ່ຜົວເມຍ ພົບຢາບ້າ ເກືອບ 2 ແສນເມັດ ພ້ອມເຫລັກຫົວຕອກຜະລິດຢາບ້າ 3 ອັນ

ຂ່າວ ປກສ ແຂວງບໍ່ແກ້ວລາຍງານວ່າ: ວັນທີ 17 ພຶດສະພາ 2025 ຜ່ານມານີ້ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ປະຈຳຢູ່ບ້ານກ້ອນຕື້ນ, ເມືອງປາກທາ ໄດ້ເຂົ້າກວດຄົ້ນເຮືອນຂອງ ທ້າວເນັງ ວື ອາຍຸ 33 ປີ ແລະ ນາງ ໄມ່ ວື ອາຍຸ 29 ປີ ທັງສອງເປັນຜົວເມຍກັນ ມີອາຊີບເຮັດໄຮ່ ຊົນເຜົ່າມົ້ງ ຢູ່ບ້ານຈຽງຕອງ ເມືອງປາກທາ, ແຂວງບໍ່ແກ້ວ.
ຜ່ານການກວດຄົ້ນພົບເຫັນປືນແກັບ 1 ກະບອກ ແລະ ເຫລັກຫົວຕອກຢາບ້າ 3 ອັນ, ຢາເສບຕິດ ປະເພດຢາບ້າ 86 ມັດ ແລະ 5 ຖົງນ້ອຍ ລວມ 173,000 ເມັດ ຊຸກເຊື່ອງຢູ່ໃນປ່າຫຍ້າສວນຫຼັງເຮືອນໃກ້ຄອກງົວ.
ປັດຈຸບັນທາງເຈົ້າໜ້າທີ່ວິຊາສະເພາະໄດ້ນໍາຕົວພວກກ່ຽວມາດໍາເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນຕໍ່ໄປ.

