ປກສ ບໍ່ແກ້ວ ກັກລົດບັນທຸກ 22 ລໍ້ ຫົວລາກ ຂົນຢາບ້າ 19,500,000 ເມັດ

ປກສ ບໍ່ແກ້ວ ລາຍງານວ່າ: ວັນທີ 17 ພຶດສະພາ 2025 ເຈົ້າໜ້າທີ່ຕໍາຫລວດປະຈໍາຈຸດກວດການໍ້າເກິ່ງ ໄດ້ກວດກາລົດບັນທຸກ 22 ລໍ້ (ຫົວລາກ) ທີ່ຂັບຂີ່ມາແຕ່ເມືອງຕົ້ນເຜິ້ງ ຈະລົງໄປເມືອງຫ້ວຍຊາຍ ປ້າຍທະບຽນຫົວລາກ ບກ 4489 ອຸດົມໄຊ ທະບຽນຫາງລາກ ບກ 4753 ຫລວງນ້ຳທາ. ຜູ້ຂັບຂີ່ 1 ຄົນຄື: ທ້າວ ແປ ຫວ່າງ, ອາຍຸ 29 ປີ, ອາຊີບ ຂັບລົດ, ສັນຊາດລາວ, ຊົນເຜົ່າມົ້ງ ຢູ່ບ້ານໂພນ ສະຫວ່າງ ເມືອງນໍ້າບາກ ແຂວງຫລວງພະບາງ. ການກວດຄົ້ນ ເຫັນວ່າ: ລົດຄັນດັ່ງກ່າວໄດ້ດັດປ່ຽນສະພາບ ແລະ ຊຸກເຊື່ອງຢາເສບຕິດໄວ້ພາຍໃນຕູ້ຄອນອນເທັນເນີ, ເຈົ້າໜ້າທີ່ຕຳຫລວດປະຈໍາຈຸດກວດການໍ້າເກິ່ງ ຈຶ່ງໄດ້ກັກຕົວຜູ້ຂັບຂີ່ ແລະ ລົດໄວ້.

ຜ່ານການກວດກາໄດ້ພົບເຫັນ ຢາບ້າ ຈຳນວນ 78 ເປົາ, ມີ 9.750 ມັດ ເທົ່າກັບ 19,500,000 ເມັດ ມີນ້ຳໜັກ 2,184 ກິໂລກຣາມ. ເຄື່ອງຂອງກາງ ແລະ ເຄື່ອງຕິດຕົວທີ່ຢຶດໄດ້ມີຄື:

1. ຢາບ້າ ຈຳນວນ 78 ເປົາ ມີ 9,750 ມັດ ເທົ່າກັບ 19,500,000 ເມັດ, ນໍ້າໜັກ 2,184 ກິໂລກຣາມ

2. ລົດບັນທຸກ 22 ລໍ້ (ຫົວລາກ) ສີແດງ 1 ຄັນ, ທະບຽນຫົວລາກ ບກ 4489 ອຸດົມໄຊ, ຫາງລາກ ບກ 4753 ຫລວງນ້ຳທາ.

3. ໂທລະສັບ ຍີ່ຫໍ້ Infinix ສີຟ້າ ຈໍານວນ 1 ໜ່ວຍ.

ປະຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະ ພວມດຳເນີນການສືບສວນ – ສອບສວນເພື່ອຂະຫຍາຍຜົນ ແລະ ນໍາຕົວຜູ້ກຽວໄປດໍາເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: ປກສ ແຂວງບໍ່ແກ້ວ