ທ່ານສອນໄຊ ສີພັນດອນ ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ແອນໂຕນີ້ ແອວບານີຊີນາຍົກລັດຖະມົນຕີ ອົດສະຕຣາລີ

ວັນທີ 19 ພຶດສະພາ 2025 ນີ້ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ແອນໂຕນີ້ ແອວບານີຊີ, ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໃນໂອກາດໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນ ນາຍົກລັດຖະມົນຕີ ອີກສະໄໝໜຶ່ງ ເນື້ອໃນສານມີຄື:
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ທ່ານ ໄດ້ຮັບໄຊຊະນະໃນການເລືອກຕັ້ງລັດຖະບານກາງ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2025.
ຂ້າພະເຈົ້່າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ປະສົບການອັນສູງສົ່ງຂອງ ພະນະທ່ານ, ອົດສະຕຣາລີ ຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ມີບົດບາດອັນສໍາຄັນໃນພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ຫວັງວ່າຈະໄດ້ສືບຕໍ່ເຮັດວຽກຮ່ວມກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງ ປະຊາຊົນສອງປະເທດພວກເຮົາ ກໍຄືເພື່ອສືບຕໍ່ເສີມຂະຫຍາຍການພົວພັນເປັນຄູ່ຮ່ວມມືຮອບດ້ານ ທີ່ຂ້າພະເຈົ້າ ແລະ ພະນະທ່ານ ໄດ້ລົງນາມຮ່ວມກັນໃນປີ 2024 ຜ່ານມາ ທີ່ ເມືອງແມວເບິນ, ປະເທດ ອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງພະນະທ່ານ ແລະ ຂໍໃຫ້ປະຊາຊົນ ອົດສະຕຣາລີ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ.

