ສະພາປະຊາຊົນ ນະຄອນຫລວງວຽງຈັນ ຈະເປີດກອງປະຊຸມ ສະໄໝວິສາມັນ ເພື່ອພິຈາລະນາ ແລະ ຮັບຮອງເອົາ ການສະເໜີສ້າງຕັ້ງຕາແສງ (ທົດລອງ)

ຕອນເຊົ້າວັນທີ 19 ພຶດສະພາ 2025 ສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 22 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມສໍານັກງານ ອົງການປົກຄອງ ນະຄອນຫຼວງວຽງຈັນ ເພື່ອພິຈາລະນາ ແລະ ຮັບຮອງເອົາ ການສະເໜີສ້າງຕັ້ງຕາແສງ (ທົດລອງ) ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນຕິດຕາມຂ່າວສານການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຄັ້ງນີ້ ຜ່ານໂທລະພາບ, ສື່ສິ່ງພິມ, ແລະ ສື່ອອນລາຍຕ່າງໆ.

ໃນໄລຍະດຳເນີນກອງປະຊຸມ, ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງໜ່ວຍງານເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫຼື ໝາຍເລກໂທລະສັບ 021 260251, 260242 ເຊິ່ງເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນໄປ.

ທີ່ມາ: ສະພາປະຊາຊົນ ນະຄອນຫລວງວຽງຈັນ