ທ່ານ ຄຳພັນ ພົມມະທັດ ເນັ້ນຫຼາຍບັນຫາ ຕໍ່ວຽກງານກວດກາສານປະຊາຊົນສູງສຸດ

ຂ່າວໜັງສືພິມປະຊາຊົນ ລາຍງານວ່າ: ວັນທີ 16 ພຶດສະພາ 2025 ຜ່ານມານີ້  ສານປະຊາຊົນສູງສຸດ ຈັດກອງປະຊຸຸມ ສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳພັນ ພົມມະທັດ ເນັ້ນຕໍ່ຄະນະກວດກາ ຂອງສານປະຊາຊົນສູງສຸດວ່າ: ວຽກງານກວດກາ ແມ່ນໜຶ່ງໃນພາລະບົດບາດ ແລະ ແບບແຜນນໍາພາທີ່ສຳຄັນຂອງພັກ ບໍ່ມີການກວດກາກໍໝາຍຄວາມວ່າບໍ່ມີການນຳພາ. ໃນເງື່ອນໄຂປັດຈຸບັນ ກົນໄກເສດຖະກິດຕະຫຼາດ ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາ-ຊີ້ນໍາການຕິດຕາມກວດກາຢ່າງໃກ້ຊິດ ຕໍ່ການຈັດຕັ້ງຂັ້ນລຸ່ມ ແລະ ບຸກຄົນຕາມຫຼັກການ ຂອງພັກ ແລະ ກົດໝາຍຂອງລັດ.  ສະນັ້ນຈຶ່ງໃຫ້ບັນດາສະຫາຍຈົ່ງພ້ອມກັນເອົາໃຈໃສ່ບາງບັນຫາ ດັ່ງນີ້:

  1. ໃຫ້ພ້ອມກັນສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເປັນຕົ້ນແມ່ນບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແຕ່ລະຄັ້ງ, ເນື້ອໃນກອງປະຊຸມກວດກາທົ່ວປະເທດແຕ່ລະປີ, ບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດຕ່າງໆຂອງພັກ ແລະ ກົດໝາຍຂອງລັດ ເວົ້າລວມ, ເວົ້າສະເພາະແມ່ນມະຕິ, ຄໍາສັ່ງ ແລະ ນິຕິກໍາກ່ຽວກັບວຽກງານກວດກາ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ພາຍໃນການຈັດຕັ້ງຂອງຕົນເອງ ຢ່າງມີຈຸດສຸມ. ໃນນີ້ຄະນະກວດກາ ແລະ ກົມກວດກາ ຕ້ອງມີແຜນການເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ ບັນດາກົມ, ຄະນະສານ ຂອງ ສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຕົນ;
  2. ສືບຕໍ່ວຽກງານຕິດຕາມ, ກວດກາພັກ ໃຫ້ຄະນະກວດກາ ຂອງສານປະຊາຊົນສູງສຸດ ເອົາໃຈໃສ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດໄດ້ວາງອອກ;
  3. ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກສະໄໝທີXI, ກວດກາການປະຕິບັດມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດຕ່າງໆຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກ່ຽວກັບວຽກງານປັບປຸງກໍ່ສ້າງພັກ, ການປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກຂອງໜ່ວຍພັກ ທີ່ຂຶ້ນກັບການຄຸ້ມຄອງຂອງຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ;
  4. ຕິດຕາມ, ກວດກາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ຂອງສະມາຊິກພັກ-ພະນັກງານ, ກໍາສະພາບສະມາຊິກພັກ-ພະນັກງານຫຼັກແຫຼ່ງ ຢູ່ໃນແຕ່ລະໜ່ວຍພັກ ແລະ ແກ້ໄຂສະພາບຫຍໍ້ທໍ້ ພາຍໃນ ແຕ່ລະຄະນະໜ່ວຍພັກ ແລະ ສະມາຊິກພັກ ຢ່າງເດັດຂາດ ແລະ ເຂັ້ມງວດ;
  5. ການກວດກາລັດ ບັນຫາທີ່ກົມກວດກາ ຕ້ອງໄດ້ເອົາໃຈໃສ່ ແລະ ສຸມໃສ່ຕິດຕາມ, ກວດກາ ການຄຸ້ມຄອງບໍລິຫານລັດ ຂອງສານປະຊາຊົນແຕ່ລະຂັ້ນ ຄື: ຕິດຕາມ, ກວດກາ ການປະຕິບັດພາລະບົດບາດໜ້າທີ່ຂອງບັນດາກົມ, ຄະນະສານ ຂອງສານ ປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະ ບຽບການຕ່າງໆຂອງລັດ ລວມທັງຄໍາສັ່ງ, ຄໍາແນະນໍາ ຂອງສານປະຊາຊົນສູງສຸດ ແລະ ຂອງອົງການປົກ ຄອງທ້ອງຖິ່ນທີ່ວາງອອກ, ສືບຕໍ່ຕິດຕາມ ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ບໍ່ສອດຄ່ອງກັບລະບຽບຫຼັກການ ແລະ ກົດໝາຍ ຂອງການຈັດຕັ້ງ ແລະ ບຸກຄົນ ຢູ່ໃນບັນດາກົມ, ຄະນະສານ ຂອງສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນ ທີ່ມີປະກົດການຫຍໍ້ທໍ້. ຄະນະກວດກາໜ່ວຍພັກ ເປັນເຈົ້າການຕິດຕາມ, ຊຸກຍູ້ແນະນຳ, ຈັດຝຶກອົບຮົມເພື່ອຮັບປະກັນ ບົດບາດການນຳພາຂອງພັກ ໃນວຽກງານກວດກາ, ວຽກງານການບໍລິຫານສານ-ບໍລິຫານຄະດີ; ແກ້ໄຂຜົນການກວດກາແຕ່ລະກໍລະນີ ;
  6. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ສານປະຊາຊົນ ແຕ່ລະຂັ້ນ, ເພາະການສໍ້ລາດບັງຫຼວງເປັນໄພຂົ່ມຂູ່ຕໍ່ຄວາມໜັ້ນຄົງຂອງການຈັດຕັ້ງ, ສະມາຊິກພັກ ແລະ ພະນັກງານ ເປັນບັນຫາທີ່ສົ່ງຜົນສະທ້ອນເຖິງຄວາມເຫຼື້ອມໃສ, ຄວາມເຊື່ອໜັ້ນຂອງປະຊາຊົນ ກໍຄືສັງຄົມຕໍ່ລະບົບສານປະຊາຊົນ ຂອງພວກເຮົາ; ເວົ້າອີກຢ່າງໜຶ່ງ ກໍແມ່ນສົ່ງຜົນກະທົບອັນບໍ່ດີຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕາມລະບຽບກົດໝາຍ ;
  7. ຄະນະກວດກາ ແລະ ກົມກວດກາ ຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ກັບການຄົ້ນ ຄວ້າແກ້ໄຂ ຄໍາຮ້ອງ-ຄໍາສະ ເໜີຂອງພົນລະເມືອງ, ອັນນີ້ເປັນວຽກໜຶ່ງ ທີ່ພວກເຮົາບໍ່ຄວນຖືເບົາ , ການຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະ ເໜີ ຂອງພົນລະເມືອງ ຕ້ອງດໍາເນີນໄປຕາມພາລະບົດບາດ ແລະ ຖືກຕ້ອງ, ຄົບຖ້ວນ, ພາວະວິໄສ ແລະ ຍຸຕິທໍາ ແລະ ຕ້ອງເອົາໃຈໃສ່ສ້າງແຜນການຜັນຂະຫຍາຍ ແລະ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ລົງໄປຊຸກຍູ້ຄະນະພັກ-ຄະນະນໍາສານປະຊາຊົນພາກ ແລະ ສານປະຊາຊົນບັນດາແຂວງ-ນະຄອນຫຼວງວຽງຈັນ ຮັບຮູ້ເຂົ້າໃຈ, ເຂົ້າຮ່ວມ ແລະ ເປັນເຈົ້າການຊີ້ນໍາ-ນໍາພາ ວຽກງານກວດກາ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະແມ່ນການເຊື່ອມຊຶມ ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງ ຍຸຕິທຳ, ອົງການໄອຍະການປະຊາຊົນສຸງສຸດໃນການດຳເນີນຄະດີການສໍ້ລາດບັງຫຼວງ, ສະບັບລົງວັນທີ 29 ມັງກອນ 2024, ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດກັບອົງການກວດສອບແຫ່ງລັດ ສະບັບລົງວັນທີ 14 ກຸມພາ 2024 ແລະ ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດ ກັບ ສານປະຊາຊົນສູງສຸດ.