ອຽກລັງ ໃຫ້ການສະໜັບສະໜູນ 400,000 ເອີໂຣ ໂຄງການສົ່ງເສີມຄວາມເຂັ້ມແຂງແກ່ຊາວກະສິກອນເພດຍິງລາວ

ວັນທີ 16 ພຶດສະພາ 2025 ໄດ້ມີພິທີລົງນາມເຊັນສັນຍາໂຄງການສົ່ງເສີມຄວາມເຂັ້ມແຂງແກ່ຊາວກະສິກອນຂະໜາດນ້ອຍເພດຍິງໃນການປັບຕົວຂົງເຂດດ້ານກະສະກຳ ສະຫນັບສະຫນູນໂດຍລັດຖະບານອຽກລັງ (Ireland) ມູນຄ່າ 400,000 ເອີໂຣ ໃຫ້ແກ່ໂຄງການຂອງອົງການອາຫານໂລກແຫ່ງສະຫະປະຊາຊາດ ປະຈໍາລາວ ເປັນຜູ້ຈັດຕັ້ງປະຕິບັດ. ໂດຍການເຂົ້າຮ່ວມຂອງທ່ານ ນາງ ດີເດຣ ນີ ຟັລລູອິນເອກອັກຄະລັດຖະທູດອຽກລັງ ປະຈໍາລາວ, ມີທ່ານ ມາກ ອານເດຣ ໂປສ ຜູ້ຕາງໜ້າ ແລະ ຜູ້ອໍານວຍການຂອງອົງການອາຫານໂລກ ປະຈໍາລາວ ແລະ ທ່ານ ສຸວັນ ທອງນຳວົງ ຮອງຫົວຫນ້າກົມສົ່ງເສີມກະສິກຳແລະສະຫະກອນກະຊວງກະສິກຳ ແລະ ປ່າໄມ້.
ທ່ານເອກອັກຄະລັດຖະທູດອຽກລັງ (Ireland) ປະຈໍາລາວ ມີຄໍາເຫັນວ່າ: ການສະໜັບສະໜູນງົບປະມານຈາກປະເທດອຽກລັງ (Ireland) ຈໍານວນ 400,000 ເອີໂຣ ຫລື ປະມານ 9,7 ຕື້ກວ່າກີບ ໃຫ້ແກ່ໂຄງການຂອງອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ເພື່ອສົ່ງເສີມຄວາມມັ່ນຄົງທາງດ້ານອາຫານ ແລະ ໂພຊະນາການ ພ້ອມທັງເສີມສ້າງຄວາມຕ້ານທານຕໍ່ການປ່ຽນແປງຂອງສະພາບອາກາດ ໂດຍມຸ່ງເນັ້ນໃນການສົ່ງເສີມສິດທິ ແລະ ສັກກະຍະພາບຂອງຜູ້ຍິງໃນພາກການກະສິກໍາ.
ເຊິ່ງງົບປະມານນີ້ຈະຊ່ວຍເຫລືອກະເສດຕະກອນຍິງ ປະມານ 1,000 ຄົນ ໃນພາກເໜືອຂອງລາວ ໂຄງການນີ້ດໍາເນີນງານຮ່ວມກັບກົມສົ່ງເສີມ ແລະ ພັດທະນາກະເສດຕະກອນ ຂອງກະຊວງກະສິກໍາ ແລະ ປ່າໄມ້ ໂດຍມີເປົ້າໝາຍເພື່ອຊ່ວຍເຫລືອກະເສດຕະກອນ ແລະ ຄົວເຮືອນໃນຊົນນະບົດ ໂດຍສະເພາະຜູ້ຍິງ, ໄວໜຸ່ມ ແລະ ຊົນເຜົ່າທ້ອງຖິ່ນ ໃຫ້ສາມາດແກ້ໄຂບັນຫາການຂາດແຄນອາຫານ, ພາວະຂາດໂພຊະນາການ ແລະ ຄວາມຍາກຈົນ ເຊິ່ງຈະດຳເນີນການຜ່ານການສົ່ງເສີມການເຂົ້າເຖິງອາຫານທີ່ມີຄວາມຫຼາກຫຼາຍ ແລະ ໂພຊະນາການ, ເສີມສ້າງຄວາມຕ້ານທານໃຫ້ແກ່ກະເສດຕະກອນຍິງ ຜ່ານການສົ່ງເສີມການກະສິກໍາທີ່ສາມາດປັບຕົວກັບສະພາບອາກາດ ແລະ ການຄວບຄຸມຄວາມສ່ຽງຈາກໄພພິບັດ ໃນຊຸມຊົນ.
ພ້ອມທັງສົ່ງເສີມການເຂົ້າເຖິງບໍລິການທາງການເງິນ ໂດຍການມອບທຶນໃຫ້ແກ່ກະເສດຕະກອນຍິງ ເພື່ອພັດທະນາການຜະລິດໃນທ້ອງຖິ່ນອີກດ້ວຍ ໂຄງການນີ້ສະທ້ອນເຫັນເຖິງຄວາມມຸ່ງມັ້ນຂອງ ອຽກລັງ ໃນການສະໜັບສະໜູນລັດຖະບານລາວ ໃນຄວາມພະຍາຍາມບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (SDG) ຂໍ້ທີ 2 ວ່າດ້ວຍການຂະໜາຍຄວາມມັ່ນຄົງທາງອາຫານ ແລະ ໂພຊະນາການ ແລະ ການກະສິກໍາທີ່ຍືນຍົງ ພ້ອມທັງ SDG ຂໍ້ທີ 13 ກ່ຽວກັບການປ່ຽນແປງຂອງສະພາບອາກາດ.
ທີ່ມາ: ວິທະຍຸກະຈາຍສຽງ ແຫ່ງຊາດລາວ

