ປີ 2017 ການຜະລິດໄຟຟ້າຂອງລາວຈະບັນລຸໄດ້ 96,84% ຂອງແຜນ

ບົດລາຍງານຂອງລັດຖະບານໃຫ້ຮູ້ວ່າ: ໃນປີ 2017 ນີ້, ການຜະລິດໄຟຟ້າຂອງລາວຈະບັນລຸໄດ້ປະມານ 29 ພັນລ້ານກິໂລວັດໂມງ ເທົ່າກັບ 96,84% ຂອງແຜນການປີວາງໄວ້ ເນື່ອງຈາກໂຄງການເຊກະໝານ 3 ຍັງຢູ່ໃນການປັບປຸງ ແລະ ບໍ່ໄດ້ດຳເນີນການຜະລິດກະແສໄຟຟ້າ.
ສະເພາະ 6 ເດືອນຕົ້ນປີນີ້ ລາວເຮົາສາມາດສົ່ງອອກກະແສໄຟຟ້າໄດ້ຫລາຍກວ່າ 10.800 ລ້ານກິໂລວັດໂມງ ຕົກເປັນມູນຄ່າສູງເຖິງ 596 ລ້ານໂດລາສະຫະລັດ ແລະ ຄາດວ່າໝົດປີຈະສົ່ງອອກໄດ້ທັງໝົດ 23.300 ກວ່າລ້ານກິໂລວັດໂມງ.
ມາຮອດປັດຈຸບັນ ປະເທດເຮົາມີໂຄງການຜະລິດກະແສໄຟຟ້ານັບແຕ່ 1 ເມກາວັດຂຶ້ນໄປຈຳນວນ 46 ແຫ່ງ ລວມມີກຳລັງຕິດຕັ້ງທັງໝົດ 6.757 ເມກາວັດ, ໃນແຕ່ລະປີສາມາດຜະລິດກະແສໄຟຟ້າໄດ້ທັງໝົດ 35.600 ລ້ານກວ່າກິໂລວັດໂມງ, ໃນນັ້ນມີເຂື່ອນພະລັງງານ້ຳ 43 ແຫ່ງ, ພະລັງງານຄວາມຮ້ອນຈາກຖ່ານຫີນ 1 ແຫ່ງ ແລະ ຈາກກາກອ້ອຍ 2 ແຫ່ງ. ພ້ອມນີ້ຍັງມີເຂື່ອນທີ່ມີກຳລັງຕິດຕັ້ງຕໍ່າກວ່າ 1 ເມກາວັດອີກຈຳນວນໜຶ່ງ ຄືເຂື່ອນປາກມອງ, ຫ້ວຍແສ້, ນ້ຳສາດ, ນ້ຳສານ, ນ້ຳແອດ ແລະ ອື່ນໆ.
ໃນປັດຈຸບັນ ລາວພວມດຳເນີນການກໍ່ສ້າງເຂື່ອນລະດັບໃຫຍ່ຕ່າງໆ ຄືເຂື່ອນນ້ຳຂອງ ແຂວງໄຊຍະບູລີ ມີກຳລັງຕິດຕັ້ງ 1.285 ເມກາວັດ ສຳເລັດແລ້ວປະມານ 85%, ເຂື່ອນເຊຂະໝານ 1 ແລະ ຊານໄຊມີກຳລັງຕິດຕັ້ງ 32 ເມກາວັດ ສຳເລັດ 95%, ເຂື່ອນນ້ຳງຽບ 1 ມີກຳລັງຕິດຕັ້ງ 272 ເມກາວັດ ສຳເລັດ 68,41%, ເຂື່ອນນ້ຳຈຽນມີກຳລັງຕິດຕັ້ງ 104 ເມກາວັດ ສຳເລັດ 95%, ເຂື່ອນນ້ຳງື່ມ 3 ມີກຳລັງຕິດຕັ້ງ 460 ເມກາວັດ ສຳເລັດ 38,93%, ເຂື່ອນນ້ຳລີກ 1 ມີກຳລັງຕິດຕັ້ງ 64 ເມກາວັດ ສຳເລັດແລ້ວ 56%, ເຂື່ອນນ້ຳທາ 1 ມີກຳລັງຕິດຕັ້ງ 168 ເມກາວັດ ສຳເລັດແລ້ວ 85,23% ແລະ ເຂື່ອນດອນສະໂຮງມີກຳລັງຕິດຕັ້ງ 260 ເມກາວັດ ສຳເລັດແລ້ວ 20%.

