ຫລວງນໍ້າທາ ອະນຸມັດໂຄງການ ຂຸດຄົ້ນແຮ່ Quartz ຢູ່ 2 ບ້ານ ເນື້ອທີ່ 8 ເຮັກຕາ ໄລຍະ 5 ປີ

ຂ່າວສານປະເທດລາວ ລາຍງານວ່າ: ວັນທີ 15 ພຶດສະພາ 2025ນີ້  ແຂວງຫລວງນໍ້າທາໄດ້ເຊັນອະນຸມັດໂຄງການຂຸດຄົ້ນແຮ່ ກວັດສ໌ (Quartz) ຢູ່ບ້ານສາງແຫນ ແລະ ບ້ານລ້ອງແຄນ ເມືອງນາແລ ແຂວງຫລວງນ້ຳທາ  ຕາງໜ້າໂດຍ ທ່ານ ໄຊສົມພອນ ຫລ້າສຸກັນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ,  ເຂົ້າຮ່ວມໂດຍ ທ່ານ ປະສຸລິວັນ ພົມມະຈິດ ຮັກສາການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ທ່ານ ທໍາມະວົງ ບຸນຖາວອນ ຮັກສາການເຈົ້າເມືອງນາແລ ແລະ ທ່ານ ອານຸວົງ ແກ້ວພິລາ ອໍານວຍການບໍລິສັດ ນຸງວົງ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ, ທ່ານ ຈັນແພງຕາ ສີຫາລາດ ອໍານວຍການບໍລິສັດ ພັດທະນາຫີນກາວ ວຽງຈັນ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທ່ານ ນາງ ສົມສີ ແກ້ວປະເສີດ ຫົວໜ້າຂະແໜງ ສົ່ງເສີມການລົງທຶນ ພະແນກແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:  ໂຄງການຂຸດຄົ້ນແຮ່ ກວັດສ໌ ຢູ່ບ້ານສາງແຫນ ແລະ ບ້ານລ້ອງແຄນ ເມືອງນາແລ, ແຂວງຫລວງນ້ຳທາ ອະນຸມັດໃຫ້ 2 ບໍລິສັດຄື ບໍລິສັດ ນຸວົງ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ແລະ ບໍລິສັດ ພັດທະນາຫີນກາວ ວຽງຈັນ ຈໍາກັດ ໃນເນື້ອທີ່ຂຸດຄົ້ນບໍລິສັດລະ 4 ເຮັກຕາ ມູນຄ່າການລົງທຶນໂຄງການລະ 3 ຕື້ກວ່າກີບ, ທຶນໝູນວຽນ 372 ລ້ານກວ່າກີບ, ທັງສອງໂຄງການແມ່ນມູນຄ່າດຽວກັນ ອາຍຸສຳປະທານກຳນົດເວລາ 5 ປີ ນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ, ເຊິ່ງເປັນການລົງທຶນຂອງເອກະຊົນ ທີ່ເປັນຄົນລາວ  ແລະ ຈະນໍາສົ່ງໄປປຸງແຕ່ງຢູ່ແຂວງອຸດົມໄຊ ໂດຍມີຊາຍແດນຕິດຈອດກັບບ້ານພູລາດ ແລະ ບ້ານນໍ້າກວາງ ເມືອງຮຸນ ແຂວງອຸດົມໄຊ.