ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຊີ້ແຈງກໍລະນີກວດພົບປໍ້າຕົວແທນ ຈຳໜ່າຍນໍ້າມັນແອັດຊັງ ບໍ່ຜ່ານມາດຕະຖານແຫ່ງຊາດ

ວັນທີ 13 ພຶດສະພາ 2025, ຫ້ອງກວດສອບຄຸນນະພາບນໍ້າມັນເຊື້ອໄຟເຄື່ອນທີ່ ຂອງກົມມາດຕະ ຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ລົງກວດສອບ ຄຸນນະພາບນໍ້າມັນຢູ່ບັນດາປໍ້າໃນນະຄອນຫຼວງວຽງຈັນ ຕາມແຜນກວດກາຄຸນນະພາບນໍ້າມັນເຊື້ອໄຟແຫ່ງຊາດ ປະຈໍາປີ 2025. ຜ່ານການກວດສອບ ພົບວ່າປໍ້ານໍ້າມັນທີ່ຂຶ້ນໂລໂກ ບໍລິສັດ ລັດວິສາຫະກິດ ນ້ໍາມັນເຊື້ອໄຟ ລາວ ຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນໍ້າມັນແອັດຊັງ ບໍ່ຜ່າມາດຕະຖານ ແຫ່ງຊາດທີ່ກໍານົດ (ຄວາມດັນອາຍເກີນມາດຕະຖານແຫ່ງຊາດ ແລະ ສາກົນກໍານົດ).
ຫລ້າສຸດ ວັນທີ 15 ພຶດສະພາ 2025ນີ້ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ໄດ້ອອກມາຊີ້ແຈງຜ່ານເພຈບຸກທາງການຂອງ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ວ່າ:
ຈາກສຽງວິພາກວິຈານຂອງສັງຄົມໃນສື່ອອນລາຍ ແລະ ແຫລ່ງຂ່າວຫລາຍຊ່ອງທາງ ຕໍ່ເຫດ ການດັ່ງກ່າວ. ທາງ ບໍລິສັດ ຈຶ່ງໄດ້ຮີບຮ້ອນເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ເຈົ້າຂອງປໍ້າຕົວແທນ ເພື່ອກວດກາ, ກ່າວເຕືອນ ການກະທໍາທີ່ ລະເມີດຕໍ່ລະບຽບ ແລະ ສັນຍາ.
ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຂໍສະແດງຄວາມເສຍໃຈຕໍ່ສັງຄົມ ແລະ ຈະເຂັ້ມງວດ ກວດກາບັນດາປ້ໍາ ທີ່ຂຶ້ນໂລໂກຂອງພວກເຮົາ ເພື່ອບໍ່ໃຫ້ລະເມີດສັນຍາ, ລະບຽບການ ແລະ ໃຫ້ບໍລິ ການນ້ໍາມັນທີ່ມີຄຸນນະພາບໃຫ້ແກ່ປະຊາຊົນ.
ບໍລິສັດ ລັດວິສາຫະກິດນ້ໍາມັນເຊື້ອໄຟລາວ ເປັນຜູ້ນໍາເຂົ້ານ້ໍາມັນເຊື້ອໄຟ ສະຫມອງນ້ໍາມັນທີ່ມີ ຄຸນນະພາບ ໄດ້ມາດຕະຖານແຫ່ງຊາດ ແລະ ສາກົນ ໂດຍຜ່ານການກວດກາຢັ້ງຢືນ ຈາກຂະແຫນງ ການກ່ຽວຂ້ອງຂອງລັດ ແລະ ການກວດກາຄຸນນະພາບຈາກຫ້ອງວິໄຈທີ່ໄດ້ມາດຕະຖານຂອງເຮົາ ກ່ອນຈໍາຫນ່າຍນໍ້າມັນມັນເຊື້ອໄຟໃຫ້ແກ່ລູກຄ້າໃນທົ່ວປະເທດ.

