ແຂວງວຽງຈັນ ຕັດສິນຄະດີຢາເສບຕິດ ໂທດປະຫານຊີວິດ 2 ຄົນ ແລະ ຕິດຄຸກຕະຫລອດຊີວິດ 1 ຄົນ

ຂ່າວ ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 15 ພຶດສະພາ 2025 ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີກ່ຽວກັບຢາເສບຕິດ ມີຈໍາເລີຍ 4 ຄົນ ໂທດປະຫານຊີວິດ 2 ຄົນ ແລະ ຕິດຄຸກຕະຫລອດຊີວິດ 1 ຄົນ ແລະ ຕັດອິດສະລະພາບ 1 ປີ.

  1. ທ້າວຄໍາສອນ ອາຍຸ 39 ປີ ປະຊາຊົນ ຢູ່ບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຖືກກັກຕົວ ໃນວັນທີ 19 ສິງຫາ 2023 ໃນຂໍ້ກ່າວຫາຂົນສົ່ງຢາບ້າ 243,800 ເມັດ ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດປະຫານຊີວິດ.
  2. ທ້າວເຊີນລູ ອາຍຸ 35 ປີ ປະຊາຊົນ ຢູ່ບ້ານໂພນສະຫວ່າງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຖືກກັກຕົວ ໃນວັນທີ 25 ກໍລະກົດ 2020 ໃນຂໍ້ກ່າວຫາຂົນສົ່ງຢາເສບຕິດ ມີຂອງກາງຢາໄອສ໌ 73 ກິໂລກຣາມ, ເຮໂຣອີນ 800 ກຣາມ, ຢາບ້າ 24,800 ເມັດ, ກັນຊາ 14 ກິໂລກຣາມ ແລະ ປືນ K59 1 ກະບອກ ແລະ ລູກກະສຸນ 6 ລູກ. ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດປະຫານຊີວິດ.
  3. ທ້າວວິໄລ ອາຍຸ 56 ປີ, ອາຊີບຄ້າຂາຍ ຢູ່ບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວ ວັນທີ 26 ເມສາ 2024 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ 12,555 ເມັດ. ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດ ສະຫລະພາບຈຳເລີຍ ຈໍາຄຸກຕະຫລອດຊີວິດ ປັບໃໝ 500 ລ້ານກີບ.
  4. ທ້າວພຽງ ອາຍຸ 31 ປີ ປະຊາຊົນ ບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽຈັນ ຖືກກັກຕົວຄັ້ງວັນທີ 26 ເມສາ 2024 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ປະເພດຢາບ້າ 541 ເມັດ. ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫລະພາບຈຳເລີຍ 7 ປີ ປັບໃໝ 46 ລ້ານກີບ.

ທີ່ມາ: Viengchan Police news