ສະຫວັນນະເຂດສະເຫລີມສະຫລອງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຢ່າງເປັນຂະບວນຄຶກຄື້ນ

ເຊົ້າວັນທີ 13 ທັນວານີ້, ທີ່ເດີ່ນອານຸສອນສະຖານປະ ທານ ໄກສອນ ພົມວິຫານ ໄດ້ ຈັດພິທີວາງກະຕ່າດອກໄມ້ຢູ່ ຕໍ່ໜ້າຮູບປັ້ນຂອງເພິ່ນ, ເພື່ອຈາລຶກຄຸນງາມຄວາມດີຂອງ ປະທານໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກ ຂອງປວງ ຊົນລາວທັງຊາດ ເຊິ່ງນຳໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີຄະນະພັກແຂວງ, ພະແນກການຕ່າງໆອ້ອມຂ້າງ, ກຳລັງ ປກຊ-ປກສ, ອົງການ ຈັດຕັ້ງມະຫາຊົນຕະຫລອດ ຮອດນັກຮຽນ-ນັກສຶກສາເຂົ້າ ຮ່ວມຢ່າງຫລວງຫລາຍ. ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ທີ່ຜູ້ນຳທີ່ແສນເຄົາລົບຮັກຂອງ ພວກເຮົາທີ່ໄດ້ເສຍສະຫລະ ເລືອດເນື້ອເຫື່ອໄຄເພື່ອນຳພາ ປະຊາຊົນລາວບັນດາເຜົ່າຕໍ່ສູ້ ກູ້ຊາດຕ້ານກັບຈັກກະພັດຕ່າງ ດ້າວທີ່ມາຮຸກຮານຈົນສາມາດ ປົດປ່ອຍປະເທດຊາດໄດ້ຢ່າງ ສົມບູນ ແລະ ນຳຄວາມຮັ່ງມີ ຜາສຸກໃຫ້ແກ່ປວງຊົນລາວ ທັງຊາດ.

+ ທ່າແຕງກຽມຄວາມພ້ອມສະເຫລີມສະຫລອງເມືອງຄົບຮອບ 25 ປີ ຕິດພັນກັບປີທ່ອງທ່ຽວ

+ ກະຊວງ​ປ້ອງ​ກັນ​ປະ​ເທດ ຫວນຄືນມູນເຊື້ອວັນຊາດ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ

ຈາກນັ້ນພາກສ່ວນດັ່ງ ກ່າວກໍໄດ້ຮັບຟັງປາຖະກະຖາ ວັນຄ້າຍວັນເກີດຂອງປະ ທານ ໄກສອນ ພົມວິຫານ ຄົບຮອບ 97 ປີ (13/12/ 1920-13/ 12/2017) ທີ່ສະໂມສອນ ໂຮງຮຽນການ ເມືອງການ ປົກຄອງແຂວງການໃຫ້ກຽດ ປາຖະກະຖາໂດຍຂອງ ທ່ານ ບົວສີ ຈະເລີນສຸກ ພະນັກ ງານປະຕິວັດ ບຳນານອະ ດີດເລຂາຂອງ ປະທານ ໄກສອນ ພົມວິຫານ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນເຖິງຊີວິດປະ ຕິວັດຂອງປະທານ ໄກສອນ ພົມວິຫານ ນັບຕັ້ງແຕ່ກຳເກີດ ແລະ ການດຳເນີນພາລະກິດປະຕິວັດຊາດ, ແບບແຜນວິທີເຮັດວຽກ, ຄຸນສົມບັດສິນ ທຳປະຕິວັດ ແລະ ອຸດົມການ ທີ່ເພິ່ນມີໄວ້ໃຫ້ພວກເຮົາຮຸ່ນ ສືບທອດໄດ້ຮ່ຳຮຽນເອົາບົດ ຮຽນອັນລ້ຳເລີດ ແລະ ແບບຢ່າງທີ່ດີຂອງເພິ່ນເຂົ້າໃນຊີ ວິດປະຈຳວັນຂອງພວກເຮົາ ໃຫ້ຍືນຍົງຕະຫລອດໄປ.