ຫາລື ຊຸກຍູ້ວຽກງານການຄຸ້ມຄອງ-ປົກປັກຮັກສາອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ

ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດລາຍງານວ່າ: ວັນທີ 8 ພຶດສະພາ 2025 ຜ່ານມານີ້ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຈັດກອງປະຊຸມ ສະໄໝສາມັນ ຄັ້ງທີ XXI ຂອງຄະນະກໍາມະການ ບໍລິຫານອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານ ແລະ ປຶກສາຫາລື, ຊຸກຍູ້ເຮັດໃຫ້ວຽກງານການຄຸ້ມຄອງ-ປົກປັກຮັກສາອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມີປະສິດທິພາບ ແລະ ສາມາດຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ ໂດຍການເຂົ້າຮ່ວມຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີຮອງເຂົ້າແຂວງບໍລິຄໍາໄຊ, ຄໍາມ່ວນ ແລະ ຂະແໜງການກ່ຽວຂ້ອງອື່ນໆ.
ທ່ານ ສີທັດ ພິມມະຈັນ ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ລາຍງານວ່າ: ອຸທິຍາຍແຫ່ງຊາດ ນາກາຍ-ນໍ້າເທີນ ມີເນື້ອທີ່ທັງໝົດ 427,770 ເຮັກຕາ, ກວມເອົາ 2 ແຂວງ ຄື: ແຂວງຄໍາມ່ວນ ແລະ ແຂວງບໍລິຄໍາໄຊ, ມີປ່າໄມ້ປົກຫຸ້ມ 86%, ປະກອບມີສັດປ່າ ທັງໝົດ 5 ປະເພດ. ປະເພດລ້ຽງລູກດ້ວຍນໍ້ານົມ ມີ 92 ຊະນິດພັນ, ປະເພດສັດເລືອຄານ 29 ຊະນິດພັນ, ເຄິ່ງບົກເຄິ່ງນໍ້າ 25 ຊະນິດພັນ, ນົກ 403 ຊະນິດພັນ ແລະ ປາ 69 ຊະນິດພັນ. ປະຊາຊົນ ຢູ່ເຂດດັ່ງກ່າວ, ຍັງທຸກຍາກ ອີງໃສ່ການເຮັດກະສິກໍາແບບທໍາມະຊາດ, ລ່າສັດເພື່ອເປັນອາຫານ ແລະ ເກັບເຄື່ອງປ່າຂອງດົງ. ໄພຂົ່ມຂູ່ສ່ວນໃຫຍ່ແມ່ນການຕັດໄມ້-ທໍາລາຍປ່າ, ລ່າສັດປ່າ-ສັດນໍ້າຜິດກົດໝາຍ, ເກັບເຄື່ອງປ່າຂອງດົງຜິດກົດໝາຍ, ການເຂົ້າປ່າສະຫງວນທີ່ຜິດລະບຽບກົດໝາຍ. ເປົ້າໝາຍ 2022-2026 ແມ່ນຫລຸດຜ່ອນໄພຂົມຂູ່ ໃຫ້ໄດ້ 40%, ຍົກສູງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຮັກສາປ່າປົກຫຸ້ມ ໃຫ້ໄດ້ 86%.
ທ່ານ ລິນຄໍາ ດວງສະຫວັນ ເນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງຈັດສັນງົບປະມານເຂົ້າໃສ່ວຽກປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ໃນ ແລະ ອ້ອມຮອບເຂດອຸທິຍານແຫ່ງຊາດເປັນສ່ວນໃຫຍ່ ດັ່ງນີ້:
- ມອບໃຫ້ກົມປ່າໄມ້ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ເພື່ອກະກຽມສະເໜີອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເຂົ້າໃນບັນຊີ ລໍຖ້າພິຈາລະນາເປັນມໍລະດົກໂລກ;
- ໃຫ້ກົມປ່າໄມ້ ແລະ ກອງຄຸ້ມຄອງອຸທິຍານແຫ່ງຊາດ ສືບຕໍ່ຄົ້ນຄວ້າສ້າງກົນໄກປະສານງານ, ກົນໄກດ້ານການເງິນ ແລະ ວິທີການອື່ນໆ ເພື່ອສ້າງແຮງຈູງໃຈແກ່ປະຊາຊົນ ທີ່ອາໄສຢູ່ໃນ ແລະ ອ້ອມຂ້າງເຂດປ່າສະຫງວນ ໃຫ້ເຂົ້າມາມີສ່ວນຮ່ວມ;
- ໃຫ້ກົມປ່າໄມ້, ກົມຈັດຕັ້ງ ແລະ ພະນັກງານ ແລະ ພາກສ່ວນກ່ຽວຂ້ອງ ປະສານສົມທົບ ຕິດຕາມ, ກວດກາ ແລະ ປັບປຸງຄືນ ໂຄງປະກອບສ້າງດ້ານບຸກຄະລາກອນ ຂອງກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃຫ້ມີປະສິດທິພາບ ຮັບປະກັນໄດ້ທັງຄຸນນະພາບ ແລະ ປະລິມານ.
ພ້ອມທັງສະເໜີໃຫ້ອົງການປົກຄອງຂັ້ນທ້ອງຖິ່ນ ສືບຕໍ່ກວດກາ ຕິດຕາມ ແລະ ຊຸກຍູ້ ສະໜັບສະໜູນກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ປົກປັກຮັກສາຊັບພະຍາກອນທໍາມະຊາດ, ຊີວະນານາພັນ ແລະ ການພັດທະນາປັບປຸງຊີວິດການເປັນຢູ່ ຄຽງຄູ່ກັບການອະນຸລັກ ແລະ ວຽກງານຕ່າງໆທີ່ກ່ຽວຂ້ອງ ໃຫ້ເປັນລະບົບ ແລະ ເປັນປົກກະຕິ ເພື່ອສ້າງອຸທິຍານແຫ່ງຊາດດັ່ງກ່າວ ເປັນຕົວແບບໃນການຄຸ້ມຄອງ ປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ ຢ່າງມີປະສິດທິພາບ ຕາມທິດສີຂຽວ ແລະ ພັດທະນາແບບຍືນຍົງ.

