ໄຟຟ້າລາວ ເຊັນ MOU ກັບບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ເພື່ອຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ໃນທົ່ວປະເທດ

ລັດວິສາຫະກິດໄຟຟ້າລາວ ລາຍງານວ່າ: ວັນທີ 5 ພຶດສະພາ 2025 ຜ່ານມາ  ລັດວິສາຫະກິດໄຟຟ້າລາວ ເຊັນບົດບັນທຶກ ກັບ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ເພື່ອສຶກສາຮ່ວມມືການຈັດລະບຽບສາຍສື່ສານ, ສາຍໂທລະຄົມມະນາຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0.4 ກິໂລໂວນ ທີ່ຢູ່ເສົາໄຟຟ້າລົງໃຕ້ດິນ.

ນອກນີ້ ບໍລິສັດ ສີສັນ ຮ່ວມມືພັດທະນາ ສາກົນ ຈໍາກັດຜູ້ດຽວແມ່ນມີບົດບັນທຶກຄວາມເຂົ້າໃຈ ກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການດໍາເນີນການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສາຍສື່ສານໂທລະຄົມລົງໃຕ້ດິນ ທີ່ເປັນສາຍເກາະຫ້ອຍຢູ່ເສົາໄຟຟ້າຂອງ ຟຟລ  ເພື່ອພ້ອມກັນຄົ້ນຄ້ວາສຶກສາ ທາງດ້ານເຕັກນິກ ເພື່ອນໍາເອົາສາຍໂທລະຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0.4 ກິໂລໂວນ ທີ່ເກາະຫ້ອຍຢູ່ເສົາໄຟຟ້າລົງໃຕ້ດິນ.

ໂຄງການຈະໄດ້ແບ່ງວຽກອອກເປັນ 3 ໄລຍະ ຄື:

ໄລຍະທີ 1 ມີຂອບເຂດຈັດຕັ້ງປະຕິບັດເລີ່ມຈາກ 3 ແຍກສີໄຄ – ຫໍຄໍາ – ປະຕູໄຊ – ຫໍປະຊຸມແຫ່ງຊາດຫຼັກ 6 ລວມໄລຍະທາງ 12 ກິໂລແມັດ.

ໄລຍະທີ 2: ແມ່ນເນັ້ນໃສ່ 4 ເມືອງຫຼັກໃນນະຄອນຫຼວງວຽງຈັນ ເຊັ່ນ: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ, ເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ ເຊິ່ງທາງໂຄງການຈະເຮັດເປັນ 2 ແບບ ຄື: ເອົາບັນດາສາຍສົ່ງໂທລະຄົມລົງໃຕ້ດິນ ແລະ ຕິດຕັ້ງຄອນສາຍໃໝ່.

ສໍາລັບໄລຍະທີ 3: ແມ່ນໄດ້ເນັ້ນໃສ່ຕົວເມືອງຫຼັກຂອງແຕ່ລະແຂວງ ແລະ ການເຊື່ອມຕໍ່ ບັນດາແຂວງ ຫາ ແຂວງ ເປັນຫຼັກ.

ຮ່ວມລົງນາມ ລະຫວ່າງ ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ຟຟລ ກັບ ທ່ານ ສຸກສາຄອນ ສິມມາລາວົງ ຜູ້ອໍານວຍການ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ປອ ອາຄົມເດດ ວົງໄຊ ຜູ້ອໍານວຍການໃຫຍ່ ຟຟລ, ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສຸດໃຈ ລໍລອນສີ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວິລະສັກ ວົງໄຊ ປະທານ ບໍລິສັດ ເເອວໄອທີ ໂຊລູຊັນ ຈໍາກັດ ມີຄະນະຜູ້ອໍານວຍການ, ຄະນະບໍລິຫານຂອງສອງຝ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມ.