ຂ່າວດີ! ກະຊວງປ້ອງກັນຄວາມສະຫງົບ ກຽມເປີດນຳໃຊ້ບັດປະຈຳຕົວດີຈິຕອນ ທີ່ມີຄວາມທັນສະໄໝ

ກົມສື່ມວນຊົນ ປກສ ລາຍງານວັນທີ 7 ພຶດສະພາ 2025 ນີ້ວ່າ: ໃນຍຸກດີຈິຕອນ ແລະ ເຕັກໂນໂລຊີທີທັນສະໄໝ ທີ່ມີການພັດທະນາແບບກ້າວກະໂດດ ການດຳລົງຊີວິດຂອງປະຊາກອນທົ່ວທຸກມຸມໂລກມີການຫັນປ່ຽນໃໝ່ ເພື່ອຕອບສະໜອງກັບແນວທາງ ລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ ເພື່ອຮອງຮັບນະໂຍບາຍດັ່ງກ່າວ ກະຊວງປ້ອງກັນຄວາມສະຫງົບ ສຸມໃສ່ຫັນວຽກງານໃຫ້ກາຍເປັນທັນສະ ໄໝເທື່ອລະກ້າວຕາມແນວທາງຍຸດທະສາດຂອງພັກ.

ນັບແຕ່ ວັນທີ 11 ກໍລະກົດ 2024 ເປັນຕົ້ນມາ ພາຍຫລັງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ໂຕ່ເລີ່ມ ປະທານປະເທດ (ປັດຈຸບັນເລຂາທິການໃຫຍ່) ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ກົດປຸ່ມເປີດ ການຈັດຕັ້ງຜັນຂະຫຍາຍ “ກໍ່ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ” ຢ່າງເປັນທາງການ ເຂົ້າຮ່ວມເປັນສັກຂີພະຍານ ຂອງການນໍາສອງປະເທດ, ສອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ເຊັນບົດບັນທືກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດໂຄງການ ນີ້ເປັນກິດຈະກຳທີ່ສຳຄັນເປັນພິເສດ ມີຄວາມໝາຍສຳຄັນຫຼາຍຕໍ່ສາຍພົວພັນ ລາວ-ຫວຽດນາມ.

ຍັງອີກບໍພໍເທົ່າໃດເດືອນ ສປປ ລາວ ກໍຄືກະຊວງປ້ອງກັນຄວາມສະຫງົບ ຈະດຳເນີນອອກບັດປະຈໍາຕົວ ທີ່ມີຄວາມທັນສະໄໝໃນຍຸກດີຈິຕອນ ເພື່ອມາຮັບໃຊ້ປະຊາຊົນລາວໃນທົ່ວປະເທດ ກະຊວງປ້ອງກັນຄວາມສະຫງົບ ສຸມໃສ່ສ້າງພື້ນຖານໂຄງລ່າງ ສູນຂໍ້ມູນພົນ ລະເມືອງ ແລະ ບັດປະຈຳຕົວ, ບໍາລຸງຍົກລະດັບຄວາມຮູ້ຄວາມສາມາດທາງດ້ານໄອທີໃຫ້ແກ່ພະນັກງານນັກຮົບ, ປັບປຸງ ແລະ ສ້າງບັນດານິຕິກຳຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ສຸມໃສ່ເກັບກຳ ທ້ອນໂຮມຂໍ້ມູນພົນລະເມືອງ ຫັນເປັນຂໍ້ມູນດີຈິຕອນເຂົ້າສູ່ລະບົບ.

ມາເຖິງປັດຈຸບັນ ກຽມພ້ອມທີ່ຈະດຳເນີນອອກບັດປະຈຳຕົວທີ່ມີຄວາມທັນສະໄໝ ຮັບໃຊ້ປະຊາຊົນໃນທົ່ວປະເທດຢ່າງເປັນທາງການ.

ທີ່ມາ: ກົມສື່ມວນຊົນ ປກສ ” Mass Media of Public Security”