ຢາສູບໄຟຟ້າ ແລະ ຄໍລາເຈນ ເປັນບັນຫາທ້າທາຍໄວໜຸ່ມນັກຮຽນລາວຍຸກໃຫຍ່

ໂດຍ: ຜາຕຸງ

ສັງເກດເຫັນວ່າ ປັດຈຸບັນການມົ້ວສຸມສິ່ງເສບຕິດ ປະເພດຕ່າງໆເຊັ່ນ: ຄໍລາເຈນ, ດື່ມນ້ຳກະທ່ອມ, ສູບ ຢາສູບໄຟຟ້າ ແລະ ອື່ນໆ  ໂດຍສະເພາະ ແມ່ນຢາສູບໄຟຟ້າ ແລະ ຄໍລາເຈນ ກຳລັງເປັນທີ່ນິຍົມ ແລະ ພວມແພ່ລະບາດໜັກພໍສົມຄວນໃນກຸ່ມໄວໜຸ່ມໄວຄະນອງ, ເຍົາວະຊົນ ຢູ່ຕາມໂຮງຮຽນ ມັດ ທະຍົມຫຼາຍແຫ່ງຂອງລາວເຮົາ ຈົນມີຜົນສະທ້ອນເຖິງການຮຽນຢູ່ໃນໂຮງຮຽນ, ມີຫຼາຍຄົນເມື່ອສູບ ຢາສູບໄຟຟ້າເຂົ້າໄປເປັນເວລາດົນກໍ່ສົ່ງຜົນກະທົບຕໍ່ສຸຂະພາບຢ່າງຮຸນແຮງ ຈົນເຖິງຂັ້ນໄດ້ເຂົ້ານອນປິ່ນປົວ ຢູ່ໂຮງໝໍ ກໍມີຫຼາຍຄົນ, ບາງກໍລະນີທີ່ຮ້າຍແຮງໄປກວ່ານັ້ນອາດເຖິງຂັ້ນເສຍຊີວິດກໍ່ມີໃຫ້ເຫັນມາແລ້ວ.

ບັນຫາແພ່ລາມຢາສູບໄຟຟ້າ ແລະ ຄໍລາເຈນ ມັນເກີດຂຶ້ນດ້ວຍຄວາມຕັ້ງໃຈ ແລະ ຈາກການຊັກຊວນອວນເອີ້ນຂອງໝູ່ເພື່ອນ ແບບບໍ່ຕັ້ງໃຈຂອງນັກຮຽນຜູ້ທີ່ກຳລັງຍາກຮູ້ຢາກທົດລອງ ໂດຍທີ່ພໍ່ແມ່ ແລະ ຄູ ອາຈານຜູ້ສິດສອນບໍ່ສາມາດຮູ້ໄດ້ເລີຍ ເພາະແມ່ນເກີດຈາກການລັກເຮັດລັກກະທຳຂອງຕົວນັກຮຽນເອງ ແລະ ການທີ່ເຍົາວະຊົນຫຼົງລະເລີງ ສ່ວນຫຼາຍແມ່ນເກີດຍ້ອນຄວາມຄຶກຄະນອງ ຢາກຮູ້ ຢາກທົດລອງ ແລະ ຄິດວ່າເປັນສິ່ງທີ່ທັນສະໄໝ ເລີຍເອົາຕົວເອງເຂົ້າໄປຕິດພັນຈົນຖອນຕົວອອກຍາກ.

ຢາສູບໄຟຟ້າ, ຄໍລາເຈນ, ນໍ້າກະທ່ອມ ລ້ວນແຕ່ເປັນສິ່ງເສບຕິດ ບໍ່ແມ່ນສິ່ງທີ່ສ້າງບຸກຄະລິກກະພາບຂອງຄົນເຮົາໃຫ້ດີຂຶ້ນ, ບໍ່ແມ່ນສິ່ງທີ່ສວຍງາມ ແຕ່ມັນອັນຕະລາຍທີ່ສຸດຕໍ່ສຸຂະພາບຕົນເອງ ແລະ ຄົນອ້ອມຂ້າງໃນໄລຍະສັ້ນ-ຍາວ, ອາການເຈັບແໜ້ນໜ້າເອິກ, ຫາຍໃຈຝືດ, ຫາຍໃຈບໍ່ອອກ, ໄອແຫ້ງ, ເຈັບຄໍ ເມື່ອພົບອາການເຊັ່ນນີ້ ຖ້ານຳໄປເອັກສະເລປອດ ເຫັນວ່າປອດມີຜື່ນຂາວເຖິງ 90% ຂອງພື້ນທີ່ປອດ, ແຕ່ບາງລາຍຈົນເຖິງຂັ້ນຊັອກໝົດສະຕິຖ້າເອົາບໍ່ທັນອາດພາໃຫ້ເສຍຊີວິດກໍເປັນໄດ້.

ເຫດການຫຼ້າສຸດ ວັນທີ 5 ພຶດສະພາ 2025 ມີເຫດຄົນຊັອກຢູ່ເຂດບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນນັກຮຽນ ມ.ສ ລາວ – ຫວຽດ ທັງສອງເປັນເພດຍິງ ອາການເບື້ອງຕົ້ນ ຜູ້ທີໜຶ່ງ ໝົດສະຕິ, ຜູ້ທີສອງ ຊັອກເກັງບໍ່ມີສະຕິ ຈຶ່ງໄດ້ປະຖົມພະຍາບານເເລ້ວນຳສົ່ງປິ່ນປົວຢູ່ໂຮງໝໍ ແຕ່ໂຊກດີທີ່ປອດໄພ.

ນີ້ແມ່ນເຫດການທີ່ລູກບໍ່ຟັງຄຳອົບຮົມສັ່ງສອນຂອງ ພໍ່ແມ່ ຄູບາອາຈານຜູ້ສິດສອນ ຖືເອົາໝູ່ເພື່ອນ ຟັງຄວາມຊັກຊວນຂອງໝູ່ເພື່ອນແລ້ວພາກັນປະພຶດໄປໃນທາງທີ່ບໍ່ດີ ສ້າງຜົນກະທົບໃຫ້ຜູ້ປົກຄອງໃຫ້ພໍ່ແມ່ ແລະ ສະຖາບັນການສຶກສານຳອີກ, ນອກຈາກນັ້ນ ສັງຄົມກໍກ່າວໂຈມຕີວ່າ ລູກພໍ່ແມ່ບໍ່ອົບຮົມສັ່ງສອນ ເຊິ່ງມັນສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສະຖາບັນການສຶກສາ ແລະ ສະຖາບັນຄອບຄົວ ເຊິ່ງມັນເຂົ້າກັບທຳນອງທີ່ວ່າ ລູກບໍ່ຟັງຄວາມພໍ່ແມ່ ຜີແກ່ເຂົ້າໝໍ້ນະຮົກ ແຕ່ຜູ້ຕົກໝໍ້ນາຮົກທີ່ແທ້ຈິງ ຊໍ້າພັດເປັນພໍ່ກັບແມ່.

ສະຖາບັນຄອບຄົວ ພໍ່ແມ່ ຜູ້ປົກຄອງເປັນສິ່ງສຳຄັນທີ່ສຸດໃນການຕິດຕາມສັງເກດເບິ່ງພຶດຕິກຳແລະອາການຂອງລູກເຮົາເອງວ່າມີການເຄື່ອນໄຫວຜິດປົກກະຕິ ຫຼືບໍ່ ໄປໂຮງຮຽນ ຮອດໂຮງຮຽນ ຫຼືບໍ່, ໃນເມື່ອຫາກຜິດສັງເກດກໍຈົ່ງຟ້າວສຶກສາອົມຮົມລູກຫຼານໃຫ້ດຳລົງຊີວິດໄປໃນທາງທີ່ຖືກຕ້ອງ, ສ່ວນສະຖາບັນການສຶກສາກໍຄວນສັງເກດຕິດຕາມການເຄື່ອນໄຫວຂອງກຸ່ມນັກຮຽນທີ່ມີຄວາມສ່ຽງ ຕິດຕາມເບິ່ງຜົນການຮຽນຂອງເຂົາເຈົ້າຍັງຢູ່ໃນເກນດີ ຫຼືບໍ່ ເມື່ອສັງເກດເຫັນວ່າມີຄວາມຜິດປົກກະຕິ  ຮີບສົມທົບກັບພໍ່ແມຜູ້ປົກຄອງຂອງນັກຮຽນ ເພື່ອພ້ອມກັນແກ້ໄຂແຕ່ຫົວທີໃຫ້ດີຂຶ້ນ ບໍ່ແມ່ນຈະປະປ່ອຍໄປຕາມຂະບວນການໂດຍທີ່ບໍ່ມີການແກ້ໄຂແນວໃດເລີຍ.

ເຈົ້າໜ້າທີ່ຜູ້ທີ່ເຮັດວຽກງານດ້ານນີ້ຕ້ອງເພີ່ມການປະຕິບັດກົດໝາຍຄວາມໃຫ້ເຂັ້ມງວດຂຶ້ນຕື່ມເພື່ອເຮັດໃຫ້ໄວໜຸ່ມເຍົາວະຊົນທີ່ແມ່ນໜໍ່ແໜງອະນາຄົດອັນສົດໃສຂອງຊາດຫ່າງໄກຈາກສິ່ງເສບຕິດທຸກຢ່າງ ເຮັດໃຫ້ເຂົາເຈົ້າໄດ້ຮັບການສຶກສາອົບຮົມໄປໃນທາງທີ່ດີ ແລະຖືກຕ້ອງ ເຊື່ອວ່າຈະເປັນກຳລັງແຮງສຳຄັນໃນການສ້າງສາພັດທະນາປະເທດຊາດໃນອະນາຄົດ, ແຕ່ກົງກັນຂ້າມແລ້ວກໍ່ຢ່າຫວັງວ່າປະເທດຊາດຈະເພິ່ງພາອາໄສໄດ້ເພາະວ່າແຕ່ຕົວເຂົາເຈົ້າເອງກໍຍັງເອົາຕົວບໍ່ລອດແລ້ວຈະພັດທະນາປະເທດຊາດໃຫ້ມີປະສິດທິພາບໄດ້ແນວໃດ, ບັນຫານີ້ ມັນຕ້ອງແກ້ທີ່ຕົ້ນເຫດດ້ວຍການປະຕິບັດລະບຽບກົດໝາຍໃຫ້ມີຄວາມສັກສິດສົມເປັນກົດໝາຍແທ້ໆ ຊຶ່ງມັນເປັນໜ້າທີ່ຂອງທຸກພາກສ່ວນ ຕົ້ນຕໍແມ່ນສະຖາບັນຄອບຄົວ ຮອງມາແມ່ນສະຖາບັນການສຶກສາສັງຄົມ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງຊ່ວຍກັນກຳຈັດແກ້ໄຂບໍ່ອະນຸຍາດໃຫ້ພາກສ່ວນໃດ ບຸກຄົນໃດ ບໍລິສັດໃດ ນຳເອົາສິ່ງເສບຕິດເຂົ້າມາທຳລາຍຄຸນນະພາບຊີວິດຂອງໄວໜຸ່ມລາວຢ່າງເດັດຂາດ.