ບູລະນະເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ທີ່ ບ້ານໜອງປີງ ເມືອງບົວລະພາ

ວັນທີ 5 ພຶດສະພາ 2025 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ພ້ອມດ້ວຍຄະນະການນໍາຂອງແຂວງໄດ້ລົງເຄື່ອນໄຫວຕິດຕາມກວດກາ ຄວາມຄືບໜ້າການບູລະນະ ເຮືອນພັກຂອງ ທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງຂອງ ລາວ ທີ່ເຄິຍເຄື່ອນໄຫວປະຕິວັດ ໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ໃຫ້ຄົງໄວ້ເປັນອະນຸສອນຕະຫຼອດໄປ.

ເຮືອນຫຼັງນີ້ຕັ້ງຢູ່ທີ່ ບ້ານ ໜອງປີງ ເມືອງບົວລະພາ, ເຊິ່ງແຂວງຄຳມ່ວນ ໄດ້ມອບງົບປະມານຈໍານວນໜຶ່ງໃຫ້ເມືອງບົວລະພາ ໃນການຈັດຕັ້ງປະຕິບັດ ເພື່ອປັບປຸງປົວແປງຄືນໃໝ່ ໂດຍສະເພາະແມ່ນໂຄງສ້າງຫຼັງຄາ ແລະ ພື້ນຖານໂຄງລ່າງພາຍໃນຂອງເຮືອນພັກ.

ໃນການລົງຕິດຕາມກວດກາຄັ້ງນີ້ ເຈົ້າແຂວງໆຄໍາມ່ວນ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງຂັ້ນເມືອງ ສືບຕໍ່ເອົາໃຈໃສ່ເພື່ອປັບປຸງສະພາບແວດລ້ອມ ບໍລິເວນອ້ອມຂ້າງເຮືອນ, ພ້ອມທັງ ກໍານົດຂອບເຂດເນື້ອທີ່ ເພື່ອອອກໃບຕາດິນ, ສ້າງກຳແພງ ແລະ ອື່ນໆ ໃຫ້ມີຄວາມສົມບູນຂຶ້ນຕື່ມ.

ໂອກາດນີ້ ທາງຄະນະ ຍັງໄດ້ເຄຶ່ອນໄຫວເບິ່ງເສັ້ນທາງ ແຕ່ບ້ານຫຍ້າແວດ ຫາ ບ້ານທາງແບ່ງນໍ້າຈາຫຼາ ທີ່ມີລວງຍາວປະມານ 35 ກິໂລແມັດ ເພື່ອສ້ອມແປງປັບປຸງຍົກລະດັບເປັນທາງດິນແດງໃຫ້ສາມາດທ່ຽວໄປ-ມາໄດ້ສະດວກ, ຕາມການສະເໜີຂອງເມືອງຕື່ມອີກ.

ທີ່ມາ: Khammouane News