ທ່າແຕງກຽມຄວາມພ້ອມສະເຫລີມສະຫລອງເມືອງຄົບຮອບ 25 ປີ ຕິດພັນກັບປີທ່ອງທ່ຽວ

ງານສະເຫຼີມສະຫຼອງເມືອງ ທ່າແຕງ ຄົບຮອບ 25 ປີ ຈະເປີດ ຂຶ້ນຢ່າງເປັນທາງການໃນວັນ ທີ 8 ມັງກອນ 2018 ໄປພ້ອມໆ ກັບປີທ່ອງທ່ຽວລາວ, ເຊິ່ງມາ ຮອດປັດຈຸບັນ ການກະກຽມບັນ ດາໜ້າວຽກງານສໍາເລັດແລ້ວ ເປັນສ່ວນຫລາຍ.

+ ເປີດນຳໃຊ້ວິທະຍຸຊຸມຊົນເມືອງທ່າແຕງ

+ ບໍລິຄຳໄຊກຽມເປີດປີທ່ອງທ່ຽວລາວພ້ອມກັບບຸນພະບາດໂພນສັນ

ທ່ານ ຫົວໜ້າຫ້ອງການ ອຸດສະຫະກໍາ ແລະ ການຄ້າ ເມືອງທ່າແຕງ, ຄະນະກໍາມະ ການຈັດງານສະເຫຼີມສະຫຼອງ ເມືອງທ່າແຕງຄົບຮອບ 25 ປີ. ກ່າວໃນໂອກາດສໍາຫຼວດພື້ນທີ່ ຮອງຮັບງານດັ່ງກ່າວໃນວັນທີ 11 ທັນວານີ້ວ່າ: ມາຮອດປັດ ຈຸບັນການຈັດຕັ້ງປະຕິບັດບັນ ດາກິດຈະກໍາຕ່າງໆໄດ້ສໍາເລັດ ເປັນສ່ວນໃຫຍ່ໂດຍສະເພາະ ການ ກໍານົດພື້ນທີ່ຮອງຮັບການ ວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ, ການປະດັບ ປະດາເສັ້ນທາງ,ສໍານັກງານ, ຫ້ອງການອ້ອມຂ້າງໄປພ້ອມ ກັບການສ້າງຂະບວນການ ຕ່າງໆເຊັ່ນ: ຂະບວນການ ອະນາໄມ, ຂະບວນການສິລະ ປະ, ຂະບວນການກິລາ ແລະ ອື່ນໆ ຢ່າງເປັນຂະບວນກວ້າງ ຂວາງ, ເພື່ອແນໃສ່ສົ່ງເສີມ ປີທ່ອງທ່ຽວລາວໃຫ້ມີບັນຍາ ກາດຟົດຟື້ນ.

ຂະນະດຽວກັນທ່ານ ເລ ຂາ ເຈົ້າເມືອງທ່າແຕງ, ໄດ້ ຮຽກຮ້ອງໃຫ້ຄະນະກໍາມະ ການທຸກພາກສ່ວນ ຈົ່ງສືບຕໍ່ ເຮັດວຽກທີ່ບໍ່ທັນສໍາເລັດ, ໂດຍ ສະເພາະການປັບປຸງເດີ່ນວາງ ສະແດງສິນຄ້າ, ການກໍານົດ ຈຸດວາງສິນຄ້າ, ການຕົບແຕ່ງ ປະດັບປະດາໃນສະຖານທີ່ ຕ່າງໆ,ໃຫ້ສຳເລັດໂດຍໄວ ພ້ອມຊຸກຍູ້ບັນດາຫົວໜ່ວຍ ທຸລະກິດ,ບໍລິສັດ, ລັດວິສາຫະ ກິດ ແລະ ປະຊາຊົນລາວ ບັນ ດາເຜົ່າທຸກທົ່ວໜ້າໃນສັງຄົມ ໃຫ້ເຂົ້າມາວາງສະແດງສິນ ຄ້າແຕ່ ລະປະເພດໃຫ້ ໄດ້ຢ່າງ ຫຼວງຫຼາຍ, ພ້ອມນີ້ບັນດາໜ້າ ວຽກໃດບໍ່ທັນສໍາເລັດກໍໃຫ້ ຮີບຮ້ອນເຮັດໃຫ້ສໍາເລັດກ່ອນ ວັນທີ 25 ທັນວາທີ່ຈະມາ ເຖິງ ນີ້, ເພື່ອເຮັດໃຫ້ການຈັດງານ ຕະຫຼາດນັດຄັ້ງນີ້ໄດ້ລຸລ່ວງ ໄປດ້ວຍດີ, ມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ມີບັນ ຍາກາດຄຶກຄື້ນມ່ວນຊື່ນ.