ລັດຈະປັບປຸງນະໂຍບາຍສົ່ງເສີມການຜະລິດໃຫ້ດີກວ່າເກົ່າ

ລັດຖະບານຈະປັບປຸງນະໂຍບາຍຕ່າງໆເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ດີ ແລະ ເປັນຂະບວນກວ້າງຂວາງກວ່າເກົ່າ, ເພື່ອເອື້ອອໍານວຍໃຫ້ແກ່ການຜະລິດເປັນສີນຄ້າ ແລະ ຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ກໍຄືການສະໜອງທຶນເພື່ອສົ່ງເສີມພາກການຜະລິດ ແລະ ກະຕຸກ​ຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ມີການຂະຫຍາຍຕົວແຂງ​ແຮງ​ຂຶ້ນ.

ບັນຫາດັ່ງກ່າວ, ໄດ້ມີການປຶກສາຫາລືຢູ່ກອງປະຊຸມລັດຖະບານປະຈໍາເດືອນພະຈິກຜ່ານມານີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ກອງປະຊຸມໄດ້ເປັນເອກະພາບໃນໂຄງການຜະລິດເປັນສີນຄ້າ ແລະ ຄໍ້າປະກັນສະບຽງອາຫານ ແມ່ນໃຫ້ເຮັດເປັນໂຄງການລະອຽດເປັນແຕ່ລະປີ, ກໍານົດໄລຍະໃນການຈັດຕັ້ງປະຕິບັດຢູ່ແຕ່ລະທ້ອງຖິ່ນ, ກວດກາຄືນການຈັດຕັ້ງປະຕິບັດໃນຜ່ານມາ ເພື່ອໃຫ້ເຫັນໄດ້ໂຄງການໃດມີປະສິດທິຜົນ ແລະ ບໍ່ມີປະສິດທິຜົນ, ພ້ອມທັງປັບປຸງບັນດານະໂຍບາຍຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນໃຫ້ດີກວ່າເກົ່າ, ໂດຍສະເພາະແມ່ນນະໂຍບາຍດ້ານພາສີ-ອາກອນ, ການເຂົ້າເຖິງແຫລ່ງທຶນ, ນະໂຍບາຍການສົ່ງອອກ ແລະ ການເຊົ່າສໍາປະທານທີ່ດິນຕ້ອງມີຄວາມເໝາະສົມ ແລະ ອໍານວຍຄວາມສະດວກແກ່ຜູ້ຜະລິດ, ຜູ້ປະກອບການ, ໄປຄຽງຄູ່ກັບການສະໜອງແນວພັນພືດ-ສັດ, ອຸປະກອນ,​ເຕັກນິກຕ່າງໆໃນການປູກ-ການລ້ຽງ ແລະ ລວມເຖິງການຊອກຫາຕະຫລາດຈໍາໜ່າຍທີ່ໝັ້ນທ່ຽງ.