ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສຸມໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ ພ້ອມເປີດເຜີຍຜົນການກວດກາ

ວາລະສານກວດກາ ລາຍງານວັນທີ 23 ເມສາ 2025 ຜ່ານມານີ້ວ່າ: ໃນໄລຍະຜ່ານມາ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຖືເອົາການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາຕໍ່ການເຄື່ອນໄຫວ ຂອງການຈັດຕັ້ງລວມໝູ່ກໍຄືຂອງສະມາຊິກພັກ-ພະນັກງານ ໃນການເຄື່ອນໄຫວອັນເປັນພື້ນຖານຂອງພັກ ເປັນເນື້ອໃນສໍາຄັນ ແລະ ເປັນແບບແຜນທີ່ຂາດບໍ່ໄດ້ໃນການນໍາພາຂອງຕົນ ທັງຖືການຕີຖອຍ ແລະ ສະກັດກັ້ນບັນດາປາກົດການຫຍໍ້ທໍ້ພາຍໃນການຈັດຕັ້ງ ແລະ ຖັນແຖວສະມາຊິກພັກ-ພະນັກງານ ທີ່ຢູ່ໃນທຸກຂົງເຂດວຽກງານ ແລະ ທຸກຂັ້ນ ແລະ ຕິດຕາມການເຄື່ອນໄຫວການປະຕິບັດໜ້າທີ່ ແລະ ຄວາມເປັນແບບຢ່າງ ຂອງສະມາຊິກພັກ-ພະນັກງານ ຢູ່ແຕ່ລະບ່ອນ, ນັບທັງຜູ້ນໍາພາຫຼັກແຫຼ່ງ ໃນການຈັດຕັ້ງແຕ່ລະຂັ້ນ, ບົນພື້ນຖານນັ້ນ ເປັນບ່ອນອີງໃນການນໍາພາ-ຊີ້ນໍາແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງແຕ່ລະເປົ້າໝາຍ ຢ່າງທັນການ ແລະ ເດັດຂາດ.

ດຳເນີນການປັບປຸງບູລະນະກົງຈັກການຈັດຕັ້ງ, ກົນໄກ, ລະບຽບການເຄື່ອນໄຫວ ແລະ ຍົກລະດັບຄວາມສາມາດ ຂອງບຸກຄະລາກອນຄະນະກວດກາຂອງພັກແຕ່ລະຂັ້ນ ເພື່ອເພີ່ມທະວີຄວາມສາມາດໃນການຕິດຕາມ, ກວດກາ ການເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ມີການເຄື່ອນໄຫວກວດກາ ຢ່າງໂປ່ງໃສ ແລະ ມີປະສິດທິພາບ, ເຮັດໃຫ້ວຽກງານກວດກາ ມີຄວາມເຂັ້ມແຂງ ແລະ ເປັນເຄື່ອງມືສໍາຄັນຂອງພັກ ໃນການຮັບປະກັນການຄຸ້ມຄອງລະບຽບວິໄນພາຍໃນພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໂດຍຕິດພັນກັບການເຮັດໃຫ້ການກວດກາຂອງພັກ ກໍຄືການກວດກາຕາມສາຍລັດ ແລະ ຂອງການຈັດຕັ້ງມະຫາຊົນ ເຄື່ອນໄຫວຢ່າງເປັນລະບົບ ແລະ ມີປະສິດທິພາບ ຕາມເປົ້າໝາຍສ້າງຄວາມເຂັ້ມແຂງໃຫ້ແກ່ພັກ ແລະ ລະບົບການເມືອງ, ຮັບປະກັນໃຫ້ທຸກປັດໄຈທີ່ຕັ້ງໜ້າ, ທຸກບົດຮຽນທີ່ດີ ໄດ້ຮັບການເສີມຂະຫຍາຍໃຫ້ແຂງແຮງ ແລະ ທຸກການລະເມີດລະບຽບວິໄນຂອງພັກ, ກົດໝາຍ ແລະ ສິດເປັນເຈົ້າຂອງປະຊາຊົນ ຕ້ອງໄດ້ຮັບການສະກັດກັ້ນ ແລະ ແກ້ໄຂຢ່າງທັນການ, ເດັດຂາດ ແລະ ມີຄວາມເປັນທຳ ໂດຍສອດຄ່ອງຕາມຜົນຂອງການກວດກາ-ກວດສອບ.

ພ້ອມນີ້, ຖ້າຫາກມີການດຳເນີນຄະດີຕໍ່ຜູ້ກະທຳຜິດກໍ່ຈະໄດ້ມີການເປີດເຜີຍຜົນຂອງການກວດກາ ເພື່ອໃຫ້ສັງຄົມຮັບຮູ້ ເຂົ້າໃຈໃນແຕ່ລະໄລຍະ ນັບແຕ່ເລີ່ມເປີດການສືບສວນ-ສອບສວນ ຈົນເຖິງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ. ເຊິ່ງໃນໄລຍະຜ່ານມາ, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ເຜີຍແຜ່ຂ່າວສານກ່ຽວກັບການດຳເນີນຄະດີສໍ້ລາດບັງຫຼວງ ດ້ວຍການອອກຂ່າວ ເລີ່ມແຕ່ການພາດຫົວຂໍ້ຂ່າວ ເພື່ອໃຫ້ສັງຄົມຮັບຮູ້ວ່າການຈັດຕັ້ງປະຕິບັດວຽກງານກວດກາມີການດຳເນີນໄປຕາມຂັ້ນຕອນ ແລະ ເປັນລະບົບ ເຊິ່ງການອອກຂ່າວມີບາງກໍລະນີກໍລະອຽດ ແລະ ຊັດເຈນ ຍ້ອນມີຄໍາຕັດສີນຂອງສານ ທີ່ໃຊ້ໄດ້ເດັດຂາດ ແລະ ມີບາງກໍລະນີຍັງບໍ່ທັນສາມາດເປີດເຜີຍຂໍ້ມູນຜູ້ກະທຳຜິດໄດ້ຢ່າງຊັດເຈນ ເນື່ອງຈາກວ່າ ຍັງຢູ່ໃນຂັ້ນຕອນການກວດກາ ຫຼື ດໍາເນີນການສືບສວນ-ສອບສວນ, ພາຍຫຼັງສານຕັດສີນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ຈຶ່ງຈະເປີດເຜີຍໃຫ້ສັງຄົມຮັບຮູ້ໄດ້ຢ່າງຈະແຈ້ງ. ເພື່ອສ້າງຄວາມເຂົ້າໃຈກ່ຽວກັບການອອກຂ່າວຂອງພວກເຮົາ ຈຶ່ງຮຽກຮ້ອງມາຍັງສັງຄົມຜູ້ທີ່ໃຫ້ຄວາມສົນໃຈ ຈົ່ງຕິດຕາມການອອກຂ່າວໃນແຕ່ລະໄລຍະ.