ຄາດການສົ່ງອອກເສື້ອຜ້າ ກຳປູເຈຍຈະຊ້າລົງໃນປີໜ້າ

ສະມາຄົມຜູ້ຜະລິດເສື້ອຜ້າກຳປູເຈຍ ສະແດງຄວາມກັງວົນວ່າ: ຈຳນວນສົ່ງອອກເສື້ອຜ້າໃນປີໜ້າຈະໜ້ອຍລົງ ເພາະຜົນກະທົບຈາກການເລືອກຕັ້ງ ແລະ ການແຂ່ງຂັນຈາກປະເທດອື່ນໃນອາຊີທີ່ມີຕົ້ນທຶນຕໍ່າກວ່າ ຫລື ມີປະສິດທິພາບກວ່າ.
ສະມາຄົມຜູ້ຜະລິດເສື້ອຜ້າ ເຊິ່ງເປັນຕົວແທນໂຮງງານ 600 ແຫ່ງ ຈ້າງກຳມະກອນ 700.000 ຄົນ ຄາດວ່າ: ຈຳນວນສົ່ງອອກເສື້ອຜ້າປີໜ້າອາດຈະຂະຫຍາຍຕົວພຽງ 3-4% ຫລຸດລົງຈາກ 8% ໃນໄລຍະ 9 ເດືອນທຳອິດຂອງປີນີ້ ອັນເປັນຜົນມາຈາກຄວາມກັງວົນຂອງຜູ້ຊື້ໃນຕ່າງປະເທດຈາກເລື່ອງການເລືອກຕັ້ງທົ່ວໄປໃນວັນທີ 29 ກໍລະກົດປີໜ້າ ແລະ ການແຂ່ງຂັນຈາກປະເທດຄູ່ແຂ່ງ. ກຳປູເຈຍເສຍປຽບບັງກະລາເທດເລື່ອງຄ່າຈ້າງຂັ້ນຕໍ່າແພງກວ່າ 2 ເທົ່າ, ຄ່າຈ້າງຂັ້ນຕໍ່າຂອງກຳປູເຈຍເດືອນລະ 153 ໂດລາສະຫະລັດ ແຕ່ຂອງບັງກະລາເທດເດືອນລະ 65 ໂດລາສະຫະລັດ. ຂະນະດຽວກັນ ຍັງເສຍປຽບຫວຽດນາມທີ່ມີຄ່າຈ້າງຂັ້ນຕໍ່າພຽງເດືອນລະ 113,61-165,13 ໂດລາສະຫະລັດ ແຕ່ມີຕົ້ນທຶນການຜະລິດຕໍ່າກວ່າ ເນື່ອງຈາກມີໂຮງງານຜະລິດເອງ, ຄ່າໄຟຖືກ, ໂຄງລ່າງພື້ນຖານມີປະສິດທິພາບ, ມີການຂົນສົ່ງຈາກໂຮ່ຈີມິງເຖິງອາເມລິກາໂດຍກົງ. ຂະນະທີ່ກຳປູເຈຍຕ້ອງສົ່ງຜ່ານຮົງກົງ ຫລື ມາເລເຊຍ.

