ປະທານປະເທດ ສປປ ລາວ ແລະ ສສ ຫວຽດນາມ ເປັນສັກຂີພິຍານໃນການລົງນາມເອກະສານ ການຮ່ວມມື 3 ສະບັບ

ໃນໂອກາດທີ່ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 24-25 ເມສາ 2025, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.ຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

ສອງປະທານປະເທດ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານການຮ່ວມມື ຈໍານວນ 3 ສະບັບ ຄື:
. ໜັງສືເຈດຈໍານົງ ວ່າດ້ວຍ ການຊ່ວຍເຫລືອກໍ່ສ້າງສໍານັກງານກອງບັນຊາການທະຫານຊາຍແດນກອງທັບປະຊາຊົນລາວ ລະຫວ່າງ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສສ ຫວຽດນາມ,
. ແຜນການຮ່ວມມື ປະຈໍາປີ 2025 ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ສສ. ຫວຽດນາມ
. ບົດບັນທຶກຊ່ວຍຈຳ ວ່າດ້ວຍ ການຮ່ວມມື ລະຫວ່າງ ອໍານາດການປົກຄອງ ແຂວງອັດຕະປື ແຫ່ງ ສປປ ລາວ ແລະ ຄະນະກໍາມະການປະຊາຊົນ ແຂວງຢາລາຍ ແຫ່ງ ສສ ຫວຽດນາມ ໄລຍະ 2025-2030.
ພ້ອມກັນນີ້, ສອງສະຫາຍ ປະທານປະເທດ ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີ ມອບ-ຮັບ ໃບອະນຸຍາດລົງທຶນ (ສະບັບດັດແກ້) ໃຫ້ແກ່ ບໍລິສັດ ໄຟຟ້າເຊຂະໝານ 3 ຈໍາກັດ ຕື່ມອີກ.

