ເຜົ່າກຣີ ຫລື ເຜົ່າຕອງເຫລືອງ ຢູ່ປ່າສະຫງວນແຫ່ງຊາດນໍ້າປຸຍ ເມືອງພຽງ ແຂວງໄຊຍະບູລີ ໄດ້ຮັບການຊ່ວຍເຫລືອ

ວັນທີ 20 ເມສາ 2025 ນີ້, ທ່ານ ຄໍາໄຫລ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ໂດຍໄດ້ໄປຢ້ຽມຢາມຕິດຕາມເບິ່ງຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫລືອງ) ທີ່ອາໄສຢູ່ປ່າສະຫງວນແຫ່ງຊາດນໍ້າປຸຍ ຂອບເຂດບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູລີ, ພ້ອມທັງໄດ້ມອບ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ເປັນຕົ້ນ ໝໍ້, ຖ້ວຍ, ບ່ວງ, ຈອກ ແລະ ເຄື່ອງໃຊ້ອື່ນໆ ອີກຈຳນວນໜຶ່ງໃຫ້ເຂົາເຈົ້າ.
ຊົນເຜົ່າກຣີ ແມ່ນຊົນເຜົ່າໜຶ່ງໃນ 50 ຊົນເຜົ່າ ຂອງວົງຄະນາຍາດແຫ່ງຊາດລາວ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ ໄດ້ຮັບຮອງເອົາໃນວັນທີ 24 ພະຈິກ 2008; ມີພາສາປາກເວົ້າເປັນຂອງຕົນເອງເອີ້ນວ່າ: “ມາບຣີ” ຈັດໃນໝວດພາສາມອນ-ຂະແມ ເປັນເຜົ່າທີ 9 ຂອງເມືອງພຽງ ແຂວງໄຊຍະບູລີ, ປັດຈຸບັນນີ້ ມີພົນລະເມືອງທັງໝົດ 19 ຄົນ, ຍິງ 9 ຄົນ ແລະ ມີ 4 ເຄືອຍາດຢູ່ຮ່ວມກັນ.
ທ່ານ ນາງ ນີ ແມ່ນເຜົ່າຕອງເຫລືອງທີ່ສາມາດສື່ສານພາສາລາວຢ່າງຄ່ອງແຄ້ວ ໄດ້ໃຫ້ຮູ້ວ່າ: ຕອນທີ່ຍັງບໍ່ທັນລົງມາຢູ່ເປັນບ້ານ ແມ່ນອາໄສຫາກິນຕາມທໍາມະຊາດເຊັ່ນ: ໄປຂຸດມັນ, ເຜືອກ, ຍອດຫວາຍຕ່າງໆຢູ່ປ່າ ແມ່ນມີຄວາມຫຍຸ້ງຍາກຫລາຍ, ຖ້າທຽບໃສ່ປັດຈຸບັນ ມີເຮືອນຢູ່ມີເຂົ້າກິນ, ມີອາຫານແຊບ, ມີເຄື່ອງນຸ່ງຫົ່ມ, ມີຢາປົວພະຍາດ ໂດຍເຫັນວ່າມີຄວາມສະດວກຫລາຍ ແລະ ທ່ານຍັງໄດ້ໃຫ້ຮູ້ວ່າ ບໍ່ຢາກກັບໄປຢູ່ແບບເກົ່າແລ້ວ.
ປັດຈຸບັນ, ພັກ-ລັດຖະບານ ໂດຍສະເພາະການນໍາແຂວງ, ເມືອງໄດ້ສົມທົບພາກສ່ວນກ່ຽວຂ້ອງ ປຸກສ້າງເຮືອນ ຈໍານວນ 5 ຫລັງໃຫ້ແກ່ຊົນເຜົ່າກຣີ ໄດ້ມາຢູ່ຮ່ວມກັນເປັນບ້ານ ແລະ ໄດ້ຫັນຈາກການຫາກິນຕາມທໍາມະຊາດ ກິນເຜືອກ, ກິນມັນ ຫັນມາກິນເຂົ້າເປັນຫລັກ.
ທີ່ມາ: ໜັງສືພິມປະເທດລາວ

