Instagram ກຽມແຍກ Direct ອອກມາເປັນແອັບແຊແຍກ

Instagram ກຽມແຍກຟີເຈີ Direct ອອກກມາເປັນແອັບແຊແຍກ ຄື Facebook Messenger

ເມື່ອວັນທີ 7 ທັນວາຜ່ານມາ The Verge   ໄດ້ເປີດເຜີຍວ່າ Instagram ຈະແຍກແອັບ Instagram Direct ອອກເປັນແອັບແຊແຍກ ສໍາລັບເນັ້ນການສົ່ງຂໍ້ຄວາມ ແລະ ຮູບພາບກັນແບບສ່ວນຕົວ ໂດຍສະເພາະ ເປັນແອັບແຊທີ່ເນັ້ນຟີເຈີກ້ອງເປັນຫຼັກຕາມຮູບແບບ Instagram ໂດຍຜູ້ໃຊ້ທີ່ດາວໂຫຼດແອັບ Instagram Direct  ມາຕິດຕັ້ງແລ້ວ ກ໋ອງ Inbox ໃນແອັບ Instagram ຫຼັກກໍຈະຫາຍໄປ ຕ້ອງໄປແຊໃນແອັບແຍກແຊ.

ທີມງານໃຫ້ເຫດຜົນໃນການແຍກແອັບແຊອອກຈາກແອັບຫຼັກວ່າ ເນື່ອງຈາກປັດຈຸບັນຟີເຈີ Direct ຂອງ Instagram ນັ້ນມີຄົນໃຊ້ງານຫຼາຍຂຶ້ນເລື້ອຍໆ ການແຍກອອກເປັນແອັບອາດຈະເປັນສິ່ງທີ່ດີ ເຊັ່ນດຽວກັບການທີ່ Facebook ແຍກຟີເຈີແຊອອກມາເປັນແອັບ Instagram ນັ້ນເອງ.

ແນວໃດກໍຕາມ ໃນຂະນະນີ້ແອັບ Instagram Direct  ກໍາລັງຢູ່ໃນລະຫວ່າງການທົດສອບ ຊຶ່ງໄດ້ເປີດໃຫ້ດາວໂຫຼໄປໃຊ້ງານໄດ້ພຽງແຕ່ບາງປະເທດເທົ່ານັ້ນ.