ໄຟຟ້າຫົງສາຈັດມິນິມາລາທອນສົມທົບທຶນພັດທະນາໂຮງໝໍເມືອງ

ໃນວັນທີ 9 ທັນວານີ້, ບໍລິ ສັດ ໄຟຟ້າຫົງສາ ຈຳກັດ ແລະ ອຳນາດການປົກຄອງເມືອງ ຫົງ ສາ, ເມືອງເງິນ ແຂວງໄຊຍະບູລີ ຮ່ວມກັນຈັດການແຂ່ງຂັນແລ່ນ ໄລຍະທາງ 11 ກິໂລແມັດ, ໃນ ຫົວຂໍ້ “ຫົງສາມິນິມາລາທອນ ຄັ້ງທີ 3” ເພື່ອຫາລາຍໄດ້ ສົມທົບ ທຶນພັດທະນາໂຮງໝໍເມືອງຫົງ ສາ ແລະ ໂຮງໝໍເມືອງເງິນໂດຍ ມີນັກກິລາເຂົ້າຮ່ວມພັນກວ່າຄົນ, ສ້າງລາຍຮັບໄດ້ 60 ລ້ານກວ່າ ກີບ. ໂດຍການເຂົ້າຮ່ວມຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າ ແຂວງໄຊຍະບູລີ; ທ່ານ ເຈົ້າເມືອງ ຫົງສາ ແລະ ຜູ້ອຳນວຍການ ໃຫຍ່ບໍລິສັດໄຟຟ້າຫົງສາຈຳກັດ; ພ້ອມພະນັກງານ, ທະຫານ, ຕຳ ຫລວດ ແລະ ມວນຊົນເຂົ້າຮ່ວມພັນກວ່າຄົນ.

+ ໂຄງການໄຟຟ້າພະລັງນໍ້າໄຊຍະບູລີ ສຳເລັດແລ້ວ 85%
+ ສະມາຄົມນັກທຸລະກິດໜຸ່ມ ແຂວງຈຳປາສັກມອບອຸປະກອນການແພດໃຫ້ໂຮງໝໍ 100 ລ້ານກີບ
ຄະນະກຳມະການຈັດງານ ໃຫ້ຮູ້ວ່າ: ກິດຈະກຳດັ່ງກ່າວແມ່ນ ໄດ້ຮັບການສະໜັບສະໜູນຈາກ ບໍລິສັດໄຟຟ້າຫົງສາ, ບໍລິສັດຖືຮຸ້ນ ລາວ ແລະ ບໍລິສັດອື່ນໆ ທີ່ຕິດພັນ ກັບໂຄງການ ພະລັງງານ ຄວາມຮ້ອນໄຟຟ້າຫົງສາ. ເຊິ່ງລາຍຮັບ ດັ່ງກ່າວຈະໄດ້ແບ່ງປັນໃຫ້ໂຮງ ໝໍເມືອງຫົງສາ ແລະ ເມືອງເງິນ ບ່ອນລະ 30 ລ້ານກີບ ແລະ ນີ້ ເປັນເທື່ອທີສອງສຳລັບກິດຈະກຳ ຫາລາຍໄດ້ສົມທົບທຶນພັດທະນາ ໂຮງໝໍສອງແຫ່ງດັ່ງກ່າວ.
ການເປີດກິດຈະກຳນີ້ກໍພໍດີ ມື້ຄົບຮອບສອງປີຂອງການ ເປີດນຳໃຊ້ໂຮງງານໄຟຟ້າພະ ລັງງານຄວາມຮ້ອນຫົງສາ, ທັງການເປັນການສ້າງຂະບວນ ການໃນວັນສາກົນຕ້ານເອດປີ 2017 ເພື່ອສະແດງພະລັງໃນ ການຕອບໂຕ້ຕໍ່ບັນຫາການແຜ່ ລະບາດຂອງເອດ.
ສ່ວນຜົນການແຂ່ງຂັນ ເພດຊາຍໄດ້ແກ່ ທ້າວ ໄຊລັດນິ ນົມ ພົງວິລັດ ຈາກບໍລິສັດອີຕາ ລຽນເຂົ້າເສັ້ນໄຊເປັນຄົນທຳອິດ, ສ່ວນເພດຍິງແມ່ນ ນາງ ສິລິນ ທິບ ສີລິພັດທະລະນຸກຸນ ຈາກ HPC-mining ເຂົ້າເສັ້ນໄຊເປັນ ຄົນທຳອິດ.

