ແຂວງອັດຕະປື ອະນຸມັດໃຫ້ 3 ບໍລິສັດ ເອກະຊົນສຳປະທານຟື້ນຟູປ່າ ແລະ ປູກໄມ້ໃຫ້ໝາກ ຢູ່ເມືອງສະໜາມໄຊ 30 ປີ

ຂ່າວອອນລາຍແຂວງອັດຕະປືລາຍງານວ່າ: ວັນທີ 7 ເມສາ 2025 ນີ້ ແຂວງອັດຕະປື ເຊັນສັນຍາ ຟື້ນຟູປ່າ ຕິດພັນກັບການປູກໄມ້ໃຫ້ໝາກ ຖົ່ວລຽນ ຢູ່ເຂດບ້ານ ພອນມະນີ ເມືອງສະໜາມໄຊ, ຢູ່ໃນຂໍ້ຕົກລົງຂອງອົງການປົກຄອງແຂວງ.

ເຫັນດີໃຫ້ ບໍລິສັດ ແສງພັດທະນາ ບໍ່ແຮ່, ກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ສໍາປະທານພັດທະນາໂຄງການ ຟື້ນຟູປ່າ, ຕິດພັນກັບການປູກໄມ້ອຸດສາຫະກໍາ-ໄມ້ໃຫ້ໝາກ ເປັນສິນຄ້າ ໃນເນື້ອທີ່ 100 ເຮັກຕາ, ໃນນັ້ນ ເນື້ອທີ່ເປັນໄປໄດ້ໃນການພັດທະນາ 85,87 ເຮັກຕາ ແລະ ເນື້ອທີ່ຄວນສະຫງວນໄວ້ 14,13 ເຮັກຕາ, ຢູ່ໃນເຂດບ້ານພອນມະນີ ເມືອງສະໜາມໄຊ ແຂວງອັດຕະປື, ກໍານົດໄລຍະເວລາໃນການສໍາປະທານ 30 ປີ.

ບໍລິສັດ ຈັນທະວົງ ກໍ່ສ້າງຂົວ-ທາງ ແລະ ສ້ອມແປງເຄຫະສະຖານ ຈໍາກັດຜູ້ດຽວ ສໍາປະທານພັດທະນາໂຄງການຟື້ນຟູປ່າ ຕິດພັນກັບການປູກໄມ້ອຸດສະຫະກໍາ-ໄມ້ໃຫ້ໝາກ ເປັນສິນຄ້າ ໃນເນື້ອທີ່ດິນ 100 ເຮັກຕາ. ໃນນັ້ນ, ເນື້ອທີ່ດິນ ເປັນໄປໄດ້ໃນການພັດທະນາ 92,25 ເຮັກຕາ ແລະ ເນື້ອທີ່ດິນຄວນສະຫງວນໄວ້ 7,48 ເຮັກຕາ, ຢູ່ເຂດ ບ້ານພອນມະນີ ເມືອງສະໜາມໄຊ ແຂວງອັດຕະປື, ກໍານົດໄລຍະເວລາໃນການສໍາປະທານ 30 ປີ.

ບໍລິສັດ ພົນມີໄຊ ກໍ່ສ້າງຄົບວົງຈອນ, ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດສໍາປະທານພັດທະນາ ໂຄງການຟື້ນຟູປ່າ ຕິດພັນກັບການປູກໄມ້ອຸດສະຫະກໍາ-ໄມ້ໃຫ້ໝາກ ເປັນສິນຄ້າ ໃນເນື້ອທີ່ດິນ ຈໍານວນ 100 ເຮັກຕາ, ໃນນີ້ ເນື້ອທີ່ດິນ ເປັນໄປໄດ້ໃນການພັດທະນາມີຈໍານວນ 95.47 ເຮັກຕາ ແລະ ເນືອທີ່ດິນຄວນສະຫງວນໄວ້ ຈໍານວນ 4,53 ເຮັກຕາ, ຢູ່ເຂດ ບ້ານພອນມະນີ ເມືອງສະໜາມໄຊ, ແຂວງອັດຕະປື ກໍານົດໄລຍະເວລາໃນການສໍາປະທານ 30.

ພາຍຫລັງສໍາເລັດພິທີເຊັນສັນຍາ ທັງ 3 ບໍລິສັດ ຕ້ອງໄດ້ຍື່ນຄໍາຮ້ອງ ເພື່ອອອກໃບອະນຸຍາດລົງທຶນ ແລະ ຕ້ອງເລີ່ມລົງມືຈັດຕັ້ງປະຕິບັດໜ້າວຽກຕ່າງໆ ລວມທັງການເສຍພາສີ-ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ໃຫ້ຄົບຖ້ວນ, ທັນເວລາ ຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ.