ກະຊວງ ປກສ ປະກາດເລື່ອນຊັ້ນນາຍຕຳຫລວດຂຶ້ນເປັນພົນຈັດຕະວາ 7 ສະຫາຍ ແລະ ພັນເອກ 53 ສະຫາຍ

ວາລະສານ ປ້ອງກັນຄວາມສະຫງົບລາຍງານວ່າ: ວັນທີ 8 ເມສາ 2025 ກະຊວງປ້ອງກັນຄວາມສະຫງົບ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ ໂດຍການເປັນປະທານຂອງ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີກະຊວງ ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລັດຖະດຳລັດ ຂອງປະເທດປະເທດ ເລກທີ 038-044/ປປທ, ລົງວັນທີ 2 ເມສາ 2025 ວ່າດ້ວຍການເລື່ອນຊັ້ນນາຍຕຳຫລວດ ຊັ້ນພັນເອກ ຂຶ້ນຊັ້ນ ພົນຈັດຕະວາ 7 ສະຫາຍ, ໃນນີ້ ມີ:
- ພົນຈັດຕະວາ ກີ້ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ.
- ພົນຈັດຕະວາ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ.
- ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫລວດ.
- ພົນຈັດຕະວາ ສູນທອນ ລາດຊະສົມບັດ ຮອງຫົວໜ້າກົມໃຫຍ່ພະລາທິການ.
- ພົນຈັດຕະວາ ຄຳແຝງ ວັນດີໄຊ ຫົວໜ້າກົມຄົ້ນຄ້ວາວິທະຍາສາດ ແລະ ປະຫວັດສາດ.
- ພົນຈັດຕະວາ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ.
- ພົນຈັດຕະວາ ສຸກນິລັນດອນ ກຸນລະວົງ ຫົວໜ້າອໍານວຍການວິທະຍາຄານການເມືອງ ປກສ.

ນອກນັ້ນ, ຍັງໄດ້ ເລື່ອນຊັ້ນ ພັນເອກ ໃຫ້ນາຍຕຳຫລວດ 53 ສະຫາຍ, ຍິງ 2 ສະຫາຍ.
ທີ່ມາ: ວາລະສານ ປ້ອງກັນຄວາມສະຫງົບ

