ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເຄື່ອນໄຫວກວດກາຊາຍແດນ ລາວ-ກຳປູເຈຍ ສຳເລັດແລ້ວ 172 ຫຼັກ

ວັນທີ 1 ມີນາ-2 ເມສາ 2025 ຜ່ານມານີ້ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະ ຕາງໜ້າຈາກພາກສ່ວນກ່ຽວ ຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວວຽກງານຊາຍແດນຢູ່ເມືອງໂຂງ ແຂວງຈໍາປາສັກ. ໂດຍໄດ້ລົງກວດກາບໍລິເວນຊາຍແດນ ລາວ-ກໍາປູເຈຍ ໂດຍສະເພາະພື້ນທີ່ບໍລິເວນຫຼັກໝາຍຊາຍແດນ ເລກທີ 033 (ດ່ານສາກົນໜອງນົກຂຽນ) ທີ່ສອງຝ່າຍມີແຜນພັດທະນາຫລັກໝາຍດັ່ງກ່າວ ໃຫ້ເປັນສັນຍາລັກແຫ່ງການຄົບຮອບ 30 ປີ ຂອງວຽກງານສໍາຫຼວດ ແລະ ປັກຫລັກໝາຍຊາຍແດນ ລາວ-ກໍາປູເຈຍ, ຫລັກໝາຍຊາຍແດນ ເລກທີ 033-034 ບໍລິເວນລະຫວ່າງຫລັກ ໝາຍຊາຍແດນ ເລກທີ 031-031/1 ແລະ ບໍລິເວນລະຫວ່າງຫລັກໝາຍຊາຍແດນ ເລກທີ 032-032/6 ແລະ ຫລັກໝາຍຊາຍແດນ ເລກທີ 030 (ນໍ້າຂອງ).

ການດຳເນີນວຽກງານ ລາວ-ກຳປູເຈຍ ປັດຈຸບັນ ກໍຄືການຜັນຂະຫຍາຍສົນທິສັນຍາ ວ່າດ້ວຍການກຳນົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາ ຈັກກຳປູເຈຍ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃນປີ 2023 ຜ່ານມາ ສອງຝ່າຍໄດ້ຮ່ວມກັນກຳນົດຈຸດ ແລະ ກໍ່ສ້າງຫຼັກໝາຍຊາຍແດນແບບໃໝ່ປ່ຽນແທນຫຼັກເກົ່າ ແຕ່ເດືອນ ພຶດສະພາ 2023 ຈົນເຖິງປັດຈຸບັນ ສາມາດກຳນົດຈຸດທີ່ຕັ້ງເພື່ອປັກຫຼັກໝາຍຊາຍແດນໄດ້ທັງໝົດ ຈຳນວນ 209 ຈຸດ (ຫຼັກໝາຍ) ຫຼື ເທົ່າກັບ 40% ໃນຈຳນວນທີ່ຕັ້ງທັງໝົດ 510 ຈຸດ ທີ່ສອງຝ່າຍໄດ້ເປັນເອກະພາບກັນ.

ປັດຈຸບັນ, ໄດ້ສຳເລັດການກໍສ້າງຫລັກໝາຍ 172 ຫລັກໝາຍ ຫລື ເທົ່າກັບ 33,7% ຂອງຈຳນວນທີ່ໄດ້ເປັນເອກະພາບກັນທັງໝົດ 510 ຫລັກໝາຍ

  • ວຽກງານສ້າງຕາໜ່າງເຄົ້າພິກັດພື້ນຖານ ຈີພີເອັດສ໌ (GPS) ສອງຝ່າຍໄດ້ສຳເລັດການກໍ່ສ້າງບ໋ອກເຄົ້າພິກັດພື້ນຖານ ຂັ້ນ 0 ຈຳນວນ 4 ຫລັກ (ຢູ່ເບື້ອງລາວ 2 ຫລັກ, ກຳປູເຈຍ 2 ຫລັກ) ແລະ ໄດ້ຮ່ວມກັນວັດແທກຄ່າພິກັດສຳເລັດ ເຊື່ອມໂຍງກັບສູນວັດແທກ ອາຊີປາຊີຟິກ 2024
  • ໄດ້ສຳເລັດການກໍ່ສ້າງຫລັກບ໋ອກເຄົ້າພິກັດພື້ນຖານ ຂັ້ນ 1 (ຢູ່ເບື້ອງລາວ 10 ຫລັກ, ກຳປູເຈຍ 10 ຫລັກ)
  • ໄດ້ສໍາເລັດການວັດແທກຄ່າພິກັດຫລັກບ໋ອກດັ່ງກ່າວ ໂດຍນໍາໃຊ້ເຄື່ອງວັດແທກລະບົບສອງຄື້ນ ເພື່ອກະກຽມໃຫ້ແກ່ວຽກງານວັດແທກຄ່າພິກັດຫລັກໝາຍຊາຍແດນແບບໃໝ່
  • ໄດ້ສໍາເລັດການກໍ່ສ້າງຫລັກບ໋ອກເຄົ້າພິກັດພື້ນຖານຂັ້ນ 2 ລຽບຕາມຊາຍແດນ ລາວ-ກຳປູເຈຍ ຈຳນວນ 28 ຫຼັກ ແລະ ປັດຈຸບັນ ສອງຝ່າຍພວມດຳເນີນການວັດແທກຄ່າພິກັດ ເພື່ອໃຫ້ສຳເລັດ ແລະ ນຳໃຊ້ເຂົ້າໃນການສຳຫລວດເກັບກຳຂໍ້ມູນລາຍລະອຽດພູມີປະເທດຕົວຈິງບໍລິເວນຊາຍແດນ.