ເປີດກອງປະຊຸມຄົບຄະນະຂອງ ສສຊ ເພດຍິງ ປະຈໍາປີ 2017

ໃນວັນທີ 11-12 ທັນວາ 2017 ນີ້ ທີ່ຫ້ອງປະຊຸມ ຄະນະເລຂາທິການສະພາແຫ່ງຊາດ ຫລັກ 6 ໄດ້ເປີດກອງປະຊຸມຄົບຄະນະ ຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ປະຈໍາປີ 2017 ຂຶ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ທັດສະດາພອນ ແສງສຸລິຍາ ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດ ຊຸດທີ VIII ມີທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງ ສະຫະພັນແມ່ຍິງລາວ ແລະ ບັນດາ ສສຊ ເພດຍິງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ທັດສະດາພອນ ແສງສຸລິຍາ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ເປັນການກວດກາຄືນ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ແມ່ນທິດທາງແຜນການຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ກໍຄື ຂອງຄະນະປະຈໍາສະພາແຫ່ງຊາດ ໃນການເປັນເສນາທິການໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ ແລະ ໄດ້ມີການປຶກສາຫາລືສະພາບການເຄື່ອນໄຫວວຽກງານຂອງຄະນະ ສສຊ ເພດຍິງ ປີ 2017 ແລະ ທິດທາງແຜນການ ປີ 2018, ພ້ອມທັງຮັບຟັງການໂອ້ລົມຂອງ ທ່ານຮອງປະທານສະພາແຫ່ງຊາດ, ສະພາບການພັດທະນາແມ່ຍິງ, ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 5 ແລະ ການແກ້ໄຂຄວາມທຸກຍາກຂອງແມ່ຍິງ, ວຽກງານການປົກປ້ອງແຮງງານເພດຍິງ ຢູ່ບັນດາໂຮງຈັກໂຮງງານ, ການຕ້ານ ແລະ ສະກັດກັ້ນການຄ້າມະນຸດຂອງແມ່ຍິງ ແລະ ເດັກ, ບົດບາດຂອງກໍາມະການຄະນະ ສສຊ ເພດຍິງ ກັບການແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ແລະ ການຄ້າມະນຸດ ຢູ່ນະຄອນຫລວງວຽງຈັນ, ການຕິດຕາມກວດ ກາ, ການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ແຜນຍຸດທະສາດ ທີ່ພົວພັນກັບການສົ່ງເສີມ ແລະ ການພັດທະນາແມ່ຍິງ ຢູ່ຂັ້ນທ້ອງຖິ່ນ, ຮ່າງມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະ ສສຊ ເພດຍິງ.

