ນາຍົກອິດສະລາແອນຫວັງໃຫ້ EU ຮັບຮອງເຢລູຊາເລມຄືທ່ານ ທຣຳ

ນາຍົກລັດຖະມົນຕີ ​ເບ​ນຢາ​ມິນ ​ເນ​ຕັນ​ຢາ​ຮູ ຂອງ​ອິດສະ​ລາ​ແອນ ສະ​ແດງ​ຄວາມ​ຄາດ​ຫວັງ​ວ່າ: ​ເອີຣົບຈະ​ຍ່າງ​ຕາມ​ຮອຍ​ປະທານາທິບໍດີ ​ໂດ​ນັນ ທຣຳ ຂອງ​ອາ​ເມ​ລິ​ກາ ​ເລື່ອງ​ໃຫ້ການ​ຮັບຮອງ​ເຢລູຊາ​ເລ​ມວ່າ​ເປັນ​ເມືອງ​ຫລວງ​ຂອງ​ອິດສະ​ລາ​ແອນ.

ທ່ານ ​ເນ​ຕັນ​ຢາ​ຮູ ​ເຊິ່ງ​ເປັນ​ນາຍົກລັດຖະມົນຕີອິດສະລາ​ແອນ​ໄປ​ຢ້ຽມຢາມ​ສະຫະພາບ​ເອີຣົບ (EU) ​ເປັນ​ຄົນ​ທຳ​ອິດ​ໃນ​ຮອບ 22 ປີ ກ່າວ​ກັບ​ນັກ​ຂ່າວ ​ໃນ​ວັນ​ທີ 11 ທັນວາ​ນີ້ ຍົກຍ້ອງ​ປະທານາທິບໍດີ ທຣຳ ທີ່​ປະກາດ​ຮັບຮອງ​ເຢລູຊາ​ເລ​ມ​ເປັນ​ເມືອງ​ຫລວງ​ວ່າ: ​ເຮັດ​ໃຫ້​ສັນຕິພາບ​ມີ​ໂອກາດ​ເປັນ​ຈິງ ​ເພາະ​ການ​ຮັບຮອງ​ຄວາມ​ເປັນ​ຈິງ​ຄື​ຫົວ​ໃຈ ​ແລະ ພື້ນຖານ​ຂອງ​ສັນຕິພາບ, ​ເຖິງ​ເວລາ​ທີ່​ປາ​ແລັສຕິນຈະ​ຕ້ອງ​ຍອມຮັບ​ອິດສະ​ລາ​ແອນ ​ແລະ ຍອມຮັບ​ວ່າ​ເມືອງ​ຫລວງ​ຂອງ​ອິດສະ​ລາ​ແອນ​ຄື​ເຢລູຊາ​ເລ​ມ, ທ່ານ​ເຊື່ອ​ວ່າ​ສິ່ງ​ນີ້​ຈະ​ຕ້ອງ​ເກີດ​ຂຶ້ນ​ໃນ​ອະນາຄົດ ​ເຖິງ​ວ່າ​ຍັງ​ບໍ່​ມີ​ຂໍ້​ຕົກລົງ​ໃນ​ເວລາ​ນີ້ ​ແລະ ​ເຊື່ອ​ວ່າ​ປະ​ເທດ​ເອີຣົບທັງ​ໝົດ ຫລື ສ່ວນ​ຫລາຍ​ຈະ​ຮັບຮອງ​​ເຢລູຊາ​ເລ​ມວ່າ​ເປັນ​ເມືອງ​ຫລວງ​ຂອງ​ອິດສະ​ລາ​ແອນ​ເຊັ່ນ​ດຽວ​ກັນ ​ແລະ ຍ້າຍ​ສະຖານທູດ​ຈາກ​ເທ​ລອາ​ວີ​ຟ​ໄປ​ເຢລູຊາ​ເລ​ມ ​ເພື່ອ​ຮ່ວມ​ກັບ​ອິດສະ​ລາ​ແອນ​ເຮັດ​ໃຫ້​ເກີດ​ສະຖຽນ​ລະ​ພາບ, ຄວາມ​ຮຸ່ງ​ເຮືອງ ​ແລະ ສັນຕິພາບ.

ຜູ້ນຳ​ອິດສະ​ລາ​ແອນ​ເນັ້ນອີກ​ວ່າ: ໜ່ວຍຂ່າວ​ອິດສະ​ລາ​ແອນ​ໄດ້​ຊ່ວຍປ້ອງ​ກັນ​ການ​ເກີດ​ເຫດ​ຮ້າຍ​ຢູ່​ເອີຣົບຫລາຍ​ຄັ້ງ. ນອກຈາກ​ນີ້ ອິດສະ​ລາ​ແອນ​ຍັງ​ມີ​ບົດບາດ​ດ້ານ​ຄວາມ​ໝັ້ນຄົງ​ຢູ່​ຕາ​ເວັນ​ອອກ​ກາງ​ຊ່ວຍ​ຢັບຢັ້ງການ​ແຜ່​ອິດ​ທິພົນ​ຂອງ​ກຸ່ມ​ລັດ​ອິດສະ​ລາມ (IS) ​ແລະ ມີ​ສ່ວນ​ສ້າງ​ເຕັກ​ໂນ​ໂລ​ຊີ​ໃໝ່ໆ​ທີ່​ເປັນ​ປະ​ໂຫຍ​ດທາງ​ເສດຖະກິດ.

ທ່ານ​ນາງ ​ເຟ​ເດຣິກາ ​ໂມ​ເກຣິນີ ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ EU ກ່າວ​ວ່າ: EU ​ແລະ ອິດສະ​ລາ​ແອນ ​ເປັນ​ມິດ ​ແລະ ຫຸ້ນ​ສ່ວນ​ກັນ, EU ຈະ​ຍຶດໝັ້ນຕາມ​ມະຕິ​ເອກະ​ພາບ​ສາກົນ​ເລື່ອງ​ເຢລູຊາ​ເລ​ມ, ຈະ​ຍຶດໝັ້ນທາງ​ອອກ​ເລື່ອງ​ການ​ຕັ້ງລັດ​ອິດສະ​ລາ​ແອນ ​ແລະ ລັດ​ປ​າ​ແລັສຕິນ ​ໂດຍ​ເຫັນ​ວ່າການ​ຫາ​ທາງ​ອອກ​ທີ່​ຍືນ​ຍົງ​ເລື່ອງ​ຄວາມ​ຂັດ​ແຍ່ງ​ກັບປາ​ແລັສຕິນຄື​ສິ່ງ​ທີ່​ເປັນ​ປະ​ໂຫຍ​ດຕໍ່​ອິດສະ​ລາ​ແອນ, EU ຈະ​ເພີ່ມ​ຄວາມ​ພະຍາຍາມ​ສ້າງສັນ​ຕິ​ພາບ ​ແລະ ຈະ​ເປີດ​ການ​ຫາລື​ກັບ​ປະທານາທິບໍດີ ມາ​ມຸດ ອັບ​ບັດ ຂອງ​ປາ​ແລັສຕິນ ​ໃນ​ເດືອນ​ໜ້າ. ຂະນະ​ດຽວ​ກັນ ຂໍ​ປະນາມ​ຜູ້​ກໍ່​ເຫດ​ຮ້າຍ​ກັບ​ອິດສະ​ລາ​ແອນ ​ແລະ ຊຸມ​ຊົນ​ຊາວ​ຢິວທົ່ວ​ໂລກ ລວມທັງ​ຢູ່​ເອີຣົບ.