ວາງສີລາລຶກໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນເຊກອງ 1,800 ເມກາວັດ

ວັນທີ 2 ເມສາ 2025 ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດ ເສດຖະກິດ ແລະ ການພົວພັນຮ່ວມມື ກັບຕ່າງປະເທດ ເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນເຊກອງ ຂອງກຸ່ມບໍລິສັດ ພອນສັກ ຈຳກັດ ທີ່ເມືອງກະລຶມ ແຂວງເຊກອງ; ມີ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ເຈົ້າແຂວງໆເຊກອງ, ຮອງລັດຖະມົນຕີ ກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກ ຈຳກັດ ລາຍງານວ່າ: ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນແຫ່ງນີ້ ມີກຳລັງການຜະລິດທັງໝົດ 1,800 ເມກາວັດ, ປະກອບມີ 6 ໂຮງ, ໂຮງລະ 300 ເມກາວັດ ເຊິ່ງກະແສໄຟຟ້າທີ່ຜະລິດໄດ້ ຈະສົ່ງອອກໄປປະເທດກຳປູເຈຍ ພາຍໃຕ້ສັນຍາຊື້-ຂາຍໄຟຟ້າ (PPA) ກັບລັດວິສາຫະກິດໄຟຟ້າກຳປູເຈຍ. ໂຄງການມີມູນຄ່າກໍ່ສ້າງທັງໝົດປະມານ 4 ຕື້ໂດລາສະຫະລັດໂດຍເລີ່ມກໍ່ສ້າງຢ່າງເປັນທາງການ ວັນທີ 1 ເມສາ 2025 ເຊິ່ງໂຮງໄຟຟ້າຫຼັງທໍາອິດ ຈະເປີດດໍາເນີນການຜະລິດກະແສໄຟຟ້າໃນເດືອນມັງກອນ 2028 ແລະ ຈະຜະລິດກະແສໄຟຟ້າເຕັມຮູບແບບທັງ 6 ໂຮງ ໃນເດືອນມັງກອນ 2030 ມີອາຍຸສຳປະທານ 30 ປີ (2030-2060) ເຊິ່ງຈະຕ້ອງນໍາໃຊ້ຖ່ານຫີນ ເພື່ອຜະລິດພະລັງງານໄຟຟ້າ ປະມານ 10-11 ລ້ານໂຕນ/ປີ. ນອກຈາກການກໍ່ສ້າງໂຮງໄຟຟ້າແລ້ວ, ຍັງຈະມີການກໍ່ສ້າງສາຍສົ່ງກະແສໄຟຟ້າ 500 ກິໂລວັດ, ຄວາມຍາວ 253 ກິໂລແມັດ ເຊື່ອມຕໍ່ຈາກໂຮງໄຟຟ້າແຫ່ງນີ້ ຫາ ຊາຍແດນລາວ-ກໍາປູເຈຍ.

ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຕີລາຄາວ່າ: ພາຍຫຼັງກໍ່ສ້າງໂຄງການສຳເລັດ ຈະເປັນກາຍເປັນເງື່ອນໄຂທີ່ສໍາຄັນ ໃຫ້ແກ່ການພັດທະນາອຸດສາຫະກໍາພະລັງງານ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນສະເພາະໜ້າ ແລະ ຍາວນານ, ສາມາດເຊື່ອມໂຍງພະລັງງານກັບປະເທດໃກ້ຄຽງໄດ້ຫຼາຍຂຶ້ນ, ທັງເປັນການປະຕິບັດທິດທາງ ແລະ ຈຸດໝາຍ ”ຂຸດຄົ້ນທ່າແຮງບົ່ມຊ້ອນ ຂອງແຫຼ່ງຊັບພະຍາກອນທໍາມະຊາດ ເພື່ອຜະລິດພະລັງງານສະອາດ, ມີສະຖຽນລະພາບ, ໝັ້ນຄົງ, ສາມາດສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ຢູ່ພາຍໃນ ແລະ ມີການສົ່ງອອກ” ໃຫ້ປາກົດຜົນເປັນຈິງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.