ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ

ວັນທີ 29 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະສານສະແດງຄວາມເຫັນໃຈ ເຖິງ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ປະທານສະພາບໍລິຫານ ແຫ່ງ ລັດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ຢູ່ ສສ ມຽນມາ ໃນວັນທີ 28 ມີນາ 2025 ຜ່ານມາ.

ເນື້ອໃນໂທລະສານ ໄດ້ລະບຸໄວ້ວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້້າເສຍໃຈ ຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ຢູ່ ສາທາລະນະລັດ ສະຫະພາບມຽນມາ ໃນວັນທີ 28 ມີນາ 2025 ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊິວິດ ແລະ ຊັບສິນ ແກ່ປະຊາຊົນມຽນມາ.

ຂ້າພະເຈົ້້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມເຫັນໃຈ ແລະ ເສົ້້າສະຫລົດໃຈມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ມຽນມາ ໂດຍສະເພາະ ບັນດາຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈາກເຫດການແຜ່ນດີນໄຫວໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ຂອງທ່ານ ແລະ ລັດຖະບານ, ປະຊາຊົນມຽນມາ ຈະຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນໂອກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງ ໂທລະສານສະແດງຄວາມເຫັນໃຈ ເຖິງທ່ານ ອູ ທັນ ສະເວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ມຽນມາ ເຊັ່ນດຽວກັນ.