ກວດພົບສານຟໍມາລິນ ກັບ ສານບໍແລັກ ໃນໝາກແອັບເປິ້ນ ແລະ ໝາກກ້ຽງ ຢູ່ຕະຫລາດເມືອງແອດ

ວັນທີ 13 ມີນາ 2025 ນີ້, ທີມງານກວດກາອາຫານ ແລະ ຢາ ເມືອງແອດ ແຂວງຫົວພັນ ນຳໂດຍ ດຣ ບຸນທ່ຽງ ແກ້ວມີໄຊ ອຳນວຍການໂຮງໝໍເມືອງແອດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຫ້ອງການການຄ້າ, ຫ້ອງການ ຖວທ ໄດ້ລົງເຄື່ອນໄຫວກວດກາວັດແທກສານຟໍມາລິນ ແລະ ສານບາຫຼອດ(ບໍແລັກ) ທີ່ເຈືອປົນຢູ່ກັບ ພືດຜັກ-ໝາກໄມ້ ແລະ ອາຫານສຳເລັດຮູບຈຳນວນໜຶ່ງ ເຊິ່ງກວດກາຄັ້ງນີ້ມີອາຫານແຊ່ແຂງປະເພດ ຮອດດັອກ, ລູກຊີ້ນ, ຕີນໄກ່ ແລະ ພືດຜັກ ແລະ ໝາກໄມ້ປະເພດ ໝາກແອັບເປິ້ນ, ໝາກກ້ຽງ, ໝາກສາລີ່, ຜັກຫອມບົ່ວ-ຫອມແປ້ນ ທີີີ່ນຳເຂົ້າຈາກຕ່າງປະເທດ.

ຜົນການກວດກາ ພົບວ່າ ໝາກແອັບເປິ້ນ ແລະ ໝາກກ້ຽງ ມີສານດັ່ງກ່າວເຈືອປົນຫລາຍກວ່າໝູ່. ດັ່ງນັ້ນ, ເພື່ອຄວາມປອດໄພຂອງຜູ້ບໍລິໂພກ ທີມງານຍັງຈະສືບຕໍ່ກວດກາພືດຜັກ-ໝາກໄມ້ອຶ່ນໆຕື່ມອີກ.

ທີ່ມາ: ຫ້ອງການ ຖວທ ເມືອງແອດ

