11 ຟີເຈີໃຫມ່ທີ່ອິນສຕາແກຣມກໍາລັງທົດສອບ

ອິນສຕາແກຣມກໍາລັງທົດສອບຟີເຈີໃຫມ່ ທັງໝົດ 11 ຟີເຈີ ກຽມປ່ອຍໃຫ້ໃຊ້ໃນອະນາຄົດ. ເມື່ອທ້າຍເດືອນກັນຜ່ານມານີ້, ເວັບໄຊ The Next Web ລາຍງານວ່າ: ອິນສຕາແກຣມກໍາລັງທົດສອບຟີເຈີໃຫມ່ ທັງໝົດ 11 ຟີເຈີ ເຊິ່ງຄາດວ່າອາດຈະທະຍ່ອຍປ່ອຍອອກມາໃຫ້ໄດ້ໃຊ້ກັນໃນອະນາຄົດ ໂດຍຟີເຈີທີ່ອິນສຕາແກຣມກໍາລັງທົດສອບມີດັ່ງນີ້:

  1. ປຸ່ມ Regram ສໍາລັບນໍາຮູບພາບເກົ່າໆ ທີ່ເຄີຍໂພສໄວ້ກັບມາໂພສໃຫມ່ອີກຄັ້ງ

  1. ຄົ້ນຫາ GIF ສໍາລັບນໍາມາຕົບແຕ່ງຮູບພາບກ່ອນໂພສໃນ Stories

  1. ແອັບເວີຊັ່ນ Beta ສໍາລັບ Ios

  1. Archive Stories ສໍາລັບເຊຟ Stories ເກັບໄວ້ໄດ້

  1. Closest Friends List ສ້າງລາຍຊື່ເພື່ອນສະໜິດ ເພື່ອໃຫ້ສາມາດແຊຮູບພາບສະເພາະໃນກຸ່ມເພື່ອນຊະໜິດໄດ້

  1. ແຊໂພສຈາກອິນສຕາແກຣມໃຫ້ໝູ່ເພື່ອນໃນ WhatsApp ໂດຍກົງ

 

7. ຄົ້ນຫາອີໂມຈິ ແລະ ແຮຊແທັກທີ່ກໍາລັງຮິດນິຍົມໃນຂະນະນີ້

8. ເລືອກຕິດຕາມ (Follow) ແຮຊແທັກໄດ້

9. ປັກໝຸດແຊໄດ້

10. ພິມຂໍ້ຄວາມລັດ ເພື່ອໃຊ້ອີມຈິໄດ້

11. ເພີ່ມປຸ່ມ Add Coffee ແຕ່ຍັງບໍ່ເປີດເຜີຍວ່າໃຊ້ເຮັດຫຍັງ