ຜູ້ແທນປາແລັສຕິນເຕືອນອາເມລິກາ ຖ້າຮັບຮອງເຢລູຊາເລມ ຈະເທົ່າກັບປະກາດສົງຄາມ

ຫົວໜ້າຄະນະຜູ້ແທນປາແລັສຕິນຢູ່ອັງກິດກ່າວໃນວັນທີ 6 ທັນວາວ່າ: ຖ້າປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາ ໃຫ້ການຮັບຮອງເຢລູຊາເລມເປັນເມືອງຫລວງຂອງອິດສະລາແອນ ຈະຖືເປັນການປະກາດສົງຄາມໃນທັນທີ.
ທ່ານ ມານູເອລ ຮຳຊັສຊຽນ ຜູ້ແທນປາແລັສຕິນ ໃຫ້ສຳພາດສະຖານີວິທະຍຸບີບີຊີອັງກິດວ່າ: ຖ້າຜູ້ນຳອາເມລິກາຈະຮັບຮອງສະຖານະເຢລູຊາເລມເປັນເມືອງຫລວງອິດສະລາແອນ ກໍຈະຖືເປັນການສິ້ນສຸດການຫາທາງອອກລະຫວ່າງສອງຝ່າຍ. ຜູ້ແທນປາແລັສຕິນກ່າວອີກວ່າ: ປະທານາທິບໍດີ ທຣຳ ກຳລັງປະກາດສົງຄາມກັບຕາເວັນອອກກາງ ແລະ ປະກາດສົງຄາມກັບຊາວມຸດສະລິມ 1.500 ລ້ານຄົນ ແລະ ຊາວຄຣິສອີກຫລາຍຮ້ອຍລ້ານຄົນທີ່ບໍ່ຍອມຮັບວ່າດິນແດນສັກສິດເຢລູຊາເລມເປັນຂອງອິດສະລາແອນທັງໝົດ. ກ່ອນໜ້ານີ້ ເຈົ້າໜ້າທີ່ລະດັບສູງອາເມລິກາເປີດເຜີຍວ່າ: ປະທານາທິບໍດີ ທຣຳ ຈະໃຫ້ການຮັບຮອງສະຖານະເຢລູຊາເລມເປັນເມືອງຫລວງຂອງອິດສະລາແອນ ແລະ ຍ້າຍສະຖານທູດອາເມລິກາຢູ່ອິດສະລາແອນຈາກນະຄອນຫລວງເທລອາວີຟໄປນະຄອນເຢລູຊາເລມ.

