ການພັດທະນາຊີວິດການເປັນຢູ່ ແລະ ພື້ນຖານໂຄງລ່າງ ຊົນນະບົດ ຄືການກຳນົດເສັ້ນທາງພົ້ນທຸກ

ໂດຍ: ທິດກໍ່າ

ອີງຕາມຂໍ້ມູນຈາກບົດສະຫລຸບການຈັດຕັ້ງປະຕິບັດວຽກງານຂອງກົມພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ໃຫ້ຮູ້ວ່າ: ໃນປີ 2024 ຜ່ານມາ, ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມເອົາ 89.23% ຂອງຄາດໝາຍທີ່ກໍານົດໄວ້. ຄາດໝາຍສູ້ຊົນໃນປີ 2024 ແມ່ນ 35,000 ຄອບຄົວ, ສ້າງບ້ານພົ້ນທຸກໄດ້ 271 ບ້ານ ກວມ 54.20% ຂອງຄາດໝາຍທີ່ກໍານົດໄວ້ ເຊິ່ງຄາດໝາຍສູ້ຊົນແມ່ນ 500 ບ້ານ, ສ້າງເມືອງພົ້ນທຸກໄດ້ 8 ເມືອງຄື: ເມືອງວຽງພູຄາ ແຂວງຫລວງນໍ້າທາ, ເມືອງມະຫາໄຊ ແຂວງຄໍາມ່ວນ, ເມືອງຊົນບູລີ, ເມືອງທ່າປາງທອງ ແລະ ເມືອງອາດສະພອນ ແຂວງສະຫວັນນະເຂດ, ເມືອງຕຸ້ມລານ ແລະ ເມືອງຕະໂອ້ຍ ແຂວງສາລະວັນ, ເມືອງສະໜາມໄຊ ແຂວງອັດຕະປື ກວມເອົາ 53.33% ຂອງຄາດໝາຍທີ່ກໍານົດໄວ້ ເຊິ່ງຄາດໝາຍສູ້ຊົນແມ່ນ 15 ເມືອງ.

ນອກຈາກນີ້ ຍັງສາມາດຂະຫຍາຍກອງທຶນພັດທະນາຂັ້ນບ້ານ ກອງທຶນລະ 5 ຮ້ອຍລ້ານຕໍ່ເມືອງທຸກຍາກໄດ້ 6 ບ້ານ. ມາຮອດປັດຈຸບັນກອງທຶນໄດ້ກວມເອົາ 17 ແຂວງ, 57 ເມືອງ, ມີ 599 ບ້ານ, 599 ກອງທຶນ, ມີສະມາຊິກ 23,808 ຄອບຄົວ, ມີທຶນໝູນວຽນທັງໝົດ 44.9 ຕື້ກວ່າກີບ. ນີ້ຄືໝາກຜົນຢ່າງເປັນຮູບປະທໍາໃນການພັດທະນາຊົນນະບົດຂອງກົມພັດທະນາຊົນນະບົດທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້ ໃນປີ 2024 ຜ່ານມາ.

ແນວໃດກໍຕາມ, ເມື່ອເບິ່ງໃນຄວາມເປັນຈິງແລ້ວ ເຖິງວ່າບໍ່ໄດ້ຕາມຄາດໝາຍທີ່ກໍານົດໄວ້, ແຕ່ກໍເຫັນວ່າມີຜົນສໍາເລັດໄປຫລາຍບ້ານ, ຫລາຍເມືອງໃນແຕ່ລະປີ ຄາດວ່າໃນປີ 2025 ແລະ ປີຕໍ່ໆໄປໃນອະນາຄົດບໍ່ໄວ້ກໍຊ້າ ສປປ ລາວ ຂອງພວກເຮົາກໍຈະໜີພົ້ນຈາກຄວາມທຸກຍາກ ແລະ ດ້ອຍພັດທະນາຢ່າງແນ່ນອນ.

ມາຮອດຍຸກປັດຈຸບັນ ຖືວ່ານັບແຕ່ລັດຖະບານ ສປປ ລາວເຮົາ ໄດ້ວາງຍຸດທະສາດໃນການພັດທະນາປະເທດ ໂດຍຖືເອົາວຽກງານ 3 ສ້າງເປັນຍຸດທະສາດ ຄືສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍແຜນການ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໄດ້ເຮັດໃຫ້ປະເທດຊາດຂອງພວກເຮົາມີຄວາມຈະເລີນພັດທະນາໄປຕິກໆ.

ສິ່ງທີ່ຢັ້ງຢືນໃຫ້ເຫັນຢ່າງປະຈັກຕາກໍຄືໃນແຕ່ລະບ້ານບໍ່ວ່າຢູ່ຊົນນະບົດກໍຄືຕົວເມືອງ ບໍ່ມີຄົນໃດໄຮ້ທີ່ຢູ່ອາໄສຈົນເຖິງຂັ້ນໄປນອນຢູ່ໃຕ້ສະພານນອນຢູ່ຕາມຖະໜົນຫົນທາງ, ສວນສາທາລະນະ, ຄໍາວ່າສະລໍາໃນຍຸກເກົ່າໄດ້ຖືກລົບລ້າງກາຍມາເປັນເຂດພັດທະນາຕຶກຫ້າງຮ້ານບ້ານພັດທະນາ ເພາະຍຸກນີ້ບ້ານເມືອງໄດ້ຊິ້ນສົງຄາມ, ບໍ່ມີເສິກເສືອເໜືອໃຕ້, ໄປໃສມາໃສບ້ານເມືອງມີຄວາມສະຫງົບສຸກຮົ່ມເຢັນ, ພ້ອມກັນສ້າງສາບ້ານເມືອງ, ເຮັດບຸນສິນກິນທານສ້າງວັດວາອາຮາມໃຫ້ຈະເລີນຮຸ່ງເຮືອງ. ນີ້ລະຄືເສັ້ນທາງພົ້ນທຸກໃນອະນາຄົດ.