ປ່າໄມ້ນະຄອນຫລວງວຽງຈັນ ກວດຢຶດຊິ້ນສ່ວນສັດປ່າ ແລະ ຈູດທຳລາຍຖິ້ມ 300 ກວ່າກິໂລ

ວັນທີ 3 ມີນາ 2025 ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ຮ່ວມກັບມູນນິທິອະນຸລັກສັດປ່າລາວ ຈັດພິທີສະເຫລີມສະຫລອງວັນອະນຸລັກສັດປ່າສາກົນ ມີທ່ານ ຄຳໝູນ ຕຽງທາລາດ ເຈົ້າເມືອງປາກງຶ່ມ, ທ່ານ ບົວຄຳ ສີສົງຄາມ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານ ເຈຣະມີ່ ຟານ ປະທານມູນນິທິອະນຸລັກສັດປ່າລາວ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງກະຊິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໄລຍະຜ່ານມາ ນະຄອນຫລວງວຽງຈັນ ຕິດຕາມ ກວດກາກ່ຽວກັບການຄ້າຂາຍສັດປ່າ ທັງໝົດ 273 ຄັ້ງ, ພົບເຫັນການກະທຳຜິດ 29 ຄັ້ງ ໂດຍໄດ້ມີການສຶກສາອົບຮົມຕັກເຕືອນ ແລະ ເຮັດບົດບັນທຶກອາຍັດຂອງກາງໄວ້ ມອບໃຫ້ກຸ່ມວຽກສືບສວນ-ສອບສວນດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂອງກາງທີ່ຢຶດໄດ້ມີທັງສັດຕາຍ ແລະ ຊິ້ນສ່ວນສັດໄດ້ຈູດທຳລາຍຖິ້ມ 2 ຄັ້ງ ຝັງ 1 ຄັ້ງ, ລວມ 308 ກິໂລ ສ່ວນສັດທີ່ຍັງມີຊີວິດໄດ້ປ່ອຍຄືນສູ່ທຳມະຊາດ ຢູ່ເຂດອຸທະຍານແຫ່ງຊາດພູເຂົາຄວາຍ ເຂດເມືອງປາກງື່ມ. ນອນນັ້ນ, ຍັງໄດ້ປຸກລະດົມຂົນຂວາຍຜູ້ຄຸ້ມຄອງລ້ຽງສັດປ່າປະເພດຫວງຫ້າມ ປະເພດຄຸ້ມຄອງ ມອບຄືນໃຫ້ລັດ ມີ 13 ໂຕ ນຳໜັກ 175 ກິໂລ ເຊິ່ງມອບໃຫ້ອະນຸລັກສັດປ່າ ແລະ ມອບໃຫ້ສູນຊ່ວຍເຫລືອໝີລາວທີ່ແຂວງຫລວງພະບາງ.

ໃນປີ 2025 ນີ້ ຈະປ່ອຍສັດປ່າອື່ນໆໃຫ້ໄດ້ຫຼາຍກວ່າ 300 ໂຕ