LXML ສືບຕໍ່ຮ່ວມມືກັບກະຊວງປ້ອງກັນປະເທດ ເພື່ອຍົກລະດັບວຽກງານການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງຢູ່ ຢູ່ພາກສະໜາມ ບໍ່ຄໍາ-ທອງ ເຊໂປນ

ວັນທີ 27 ກຸມພາ 2025 ນີ້ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ສືບຕໍ່ຮ່ວມມືລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ກັບກະຊວງປ້ອງກັນປະເທດ ເປັນໄລຍະເວລາອີກ 2 ປີ ໃນການຮ່ວມມືວຽກງານເກັບກູ້ ແລະ ທໍາລາຍລະເບີດທີ່ບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ຂົງເຂດໂຄງການ ບໍ່ຄຳ-ທອງ ເຊໂປນ.

ການ​ຮ່ວມ​ມື​ທີ່​ຍາວ​ນານ​ນີ້ ມີຈຸດປະສົງເພື່ອຮັບປະກັນຄວາມປອດໄພຂອງພະນັກງານ, ຜູ້ຮັບເໝົາ ແລະ ຊຸມຊົນທ້ອງຖິ່ນ ແລະ ຍົກ​ລະ​ດັບ​ຄວາມ​ອາດ​ສາ​ມາດ​ດ້ານ​ວິ​ຊາ​ການກວດ​ກູ້​ ທໍາລາຍລະເບີດບໍ່ທັນແຕກ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເພື່ອຜົນ​ປະ​ໂຫຍດ​ຂອງ​ລູກຫຼານ​ຄົນ​ຮຸ່ນ​ໃໝ່​ໃນ​ອະ​ນາ​ຄົດ​ຂອງ ສ​ປ​ປ ລາວ. ໂດຍການໃຫ້​ກຽດເປັນປະທານຮ່ວມຂອງ ທ່ານ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ທ່ານ ສະໝານ ອະເນກາ, ຜູ້ອໍານວຍການໃຫຍ່ LXML.

ໃຫ້ກຽດລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ຄັ້ງ​ນີ້​ໂດຍ ທ່ານ ພັນເອກ ບຸນສົດ ອິນສີນາ, ຮອງຫົວ​ໜ້າ​ກົມ​ຊ່າງ​ແສງ, ພ້ອມດ້ວຍທ່ານ ບິວ ຊຸຍ, ຜູ້ຈັດການພະແນກສັນຍາ ແລະ ຈັດຊື້ LXML. ໂດຍ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ, ຮອງຫົວຫນ້າຫ້ອງການກົມໃຫຍ່ເສນາທິການ ແລະ ທ່ານ ໄມເຄີນ ສະຕັອດ, ຜູ້ຈັດການພະແນກບໍລິການເຕັກນິກບໍ່ແຮ່ LXML.

ວຽກ​ງານ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ (UXO) ເປັນ​ວຽກ​ງານ​ໜຶ່ງ​ທີ່ມີຄວາມ​ສຳ​ຄັນ​ໃນ​ວົງ​ຈອນ​ການ​ຂຸດ​ຄົ້ນ-ປຸງ​ແຕ່ງ-ຜະ​ລິດ​​ແຮ່ທາດ ຂອງ​ບໍ່​ຄຳ-ທອງ ​ເຊ​ໂປນ. ບໍ່​ຄຳ-ທອງ ​ເຊ​ໂປນ ​​ຕັ້ງ​ຢູ່​ບ່ອນ​ທີ່​ຖືກ​ຖິ້ມ​ລະ​ເບີດ​ລົງ​ໃສ່ຫຼາຍ​ທີ່​ສຸດ​ໃນ​ປະ​ເທດ ອັນເນື່ອງມາຈາກສົງຄາມອີນດູຈີນ ເຊິ່ງໄດ້ສ້າງຄວາມເປັນອັນຕະລາຍອັນໃຫຍ່ຫຼວງໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ນັບຕັ້ງແຕ່ເລີ່ມດໍາເນີນງານ, LXML ໄດ້ຮ່ວມມືຢ່າງໃກ້ຊິດກັບກະຊວງປ້ອງກັນປະເທດ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (NRA) ແລະ UXO Lao ເພື່ອຍົກລະດັບມາດຕະຖານຄວາມປອດໄພ ແລະ ວິທີການເກັບກູ້ໃນໄລຍະສອງທົດສະວັດທີ່ຜ່ານມາ.

ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວ​ຍ​ການ​ໃຫຍ່​ LXML ກ່າວ​ວ່າ: ພວກເຮົາອຸທິດຕົນໃຫ້ແກ່ການກໍາຈັດອຸປະສັກອັນຕະລາຍທີ່ຂັດຂວາງການພັດທະນາໃນປະເທດລາວ, ພວກເຮົາໄດ້ພະຍາຍາມຢ່າງຕໍ່ເນື່ອງ ເພື່ອຍົກລະດັບຄວາມປອດໄພຂອງພະນັກງານ ແລະ ຊຸມຊົນ ໂດຍສຸມໃສ່ການລົງທຶນໃນອຸປະກອນທີ່ທັນສະໄໝ, ການພັດທະນາເຕັກນິກການເກັບກູ້ລະເບີດ ແລະ ເຜີຍ​ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ລະ​ເບີດ​ບໍ່​ທັນ​ແຕກ​ໃຫ້​ແກ່ ຄູ່​ຮ່ວມ​ງານ ແລະ ຊຸມ​ຊົນທ້ອງຖິ່ນ. ພວກເຮົາຮູ້ສຶກຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ ແລະ ການຮ່ວມມືຢ່າງຕໍ່ເນື່ອງຂອງກະຊວງປ້ອງກັນປະເທດລາວ, NRA, ແລະ UXO Lao ໃນການດໍາເນີນວຽກງານທີ່ສໍາຄັນ ແລະ ອັນຕະລາຍນີ້ ໂດຍຕະຫຼອດມາ.”

ບໍ່ຄຳ-ທອງ ເຊໂປນ ຕັ້ງຢູ່ເຂດຫ່າງໄກສອກຫຼີກ ເປັນເມືອງໜຶ່ງທີ່ຖືກຖິ້ມລະເບີດລົງຫຼາຍທີ່ສຸດ ໃນ ສປປ ລາວ ເຊິ່ງໄດ້ນຳຄວາມທ້າທາຍທີ່ພິເສດສະເພາະ ໃຫ້ແກ່ວຽກງານຂຸດຄົ້ນບໍ່ແຮ່ ແລະ ການຜະລິດກະສິກຳ. ມີລະເບີດ 260 ລ້ານລູກ ທີ່ຖືກຖິ້ມລົງໃສ່ ສປປ ລາວ ໃນລະຫວ່າງປີ 1964 ເຖິງ 1973. ໃນນັ້ນ 80 ລ້ານ ລູກຍັງບໍ່ທັນແຕກ ອັນໄດ້ປະຖິ້ມຮ່ອງຮອຍແຫ່ງຄວາມສູນເສຍອັນຍິ່ງໃຫຍ່ ທີ່ສືບຕໍ່ທຳລາຍຊີວິດ ແລະ ເປັນຕົວທ່ວງດຶງໃນການພັດທະນາຂອງ ສປປ ລາວ.

ນັບຕັ້ງແຕ່ເລີ່ມດຳເນີນງານເປັນຕົ້ນມາ, LXML ໄດ້ລົງທຶນຫຼາຍກວ່າ US$56 ລ້ານ ເຂົ້າໃນວຽກງານເກັບກູ້ ລະເບີດບໍ່ທັນແຕກ (UXO) ແລະ ໄດ້ເກັບກູ້ລະເບີດ ບໍ່ທັນແຕກຫຼາຍກວ່າ 60,000 ລູກ ພາຍໃນເນື້ອທີ່ 6.400 ເຮັກຕາ ທັງພາຍໃນ ແລະ ບໍລິເວນ ອ້ອມຂ້າງ ບໍ່ຄຳ-ທອງ ເຊໂປນ.