ອຸປະຕິເຫດທີ່ເກີດຈາກການດື່ມສິ່ງມຶນເມົາ

ຫລາຍກ່ວາ 50% ຂອງການເສຍຊີວິດຈາກອຸປະຕິເຫດທີ່ເກີດເທິງທ້ອງຖະໜົນນັ້ນເກີດຈາກຜູ້ຂັບຂີ່ມຶນເມົາ. ນອກຈາກນີ້, ຍັງເປັນສາເຫດໃນການເກີດອຸປະຕິເຫດຕາມສະຖານທີ່ຕ່າງໆ ທັງຢູ່ເຮືອນ, ບ່ອນເຮັດວຽກ ແລະ ສະຖານທີ່ສາທາລະນະອື່ນໆນຳອີກ. ໃນຜູ້ທີ່ດື່ມເຫລົ້າ ຫລື ເຄື່ອງດື່ມມຶນເມົາຈົນມີລະດັບຂອງອານກໍຮໍໃນເລືອດຈະມີອັດຕາການສ່ຽງເກີດອຸປະຕິເຫດສູງຂຶ້ນ ແລະ ຫາກດື່ມຈົນມີອັດຕາອານກໍຮໍສູງຂຶ້ນໄປເຖິງ 80 ແລະ 150 ມິນລີກຣາມເປີເຊັນແລ້ວ ກໍຈະສີອັດຕາຄວາມສ່ຽງໃນການເກີດອຸປະຕິເຫດສູງຂຶ້ນໄປເຖິງ 2 – 3 ເທົ່າ ແລະ 25 – 50 ເທົ່າຂອງຄົນທີ່ບໍ່ດື່ມເຄື່ອງດື່ມມຶນເມົາ.

ໃນລະຫ່ວາງການເກີດອຸປະຕິເຫດນັ້ນ ຜູ້ດື່ມຈະສະແດງພຶດຕິກຳອອກມາກໍຄື : ກ່ອນເກີດເຫດ ສະໝອງຂອງຜູ້ດື່ມຈະສັ່ງການໄດ້ຊ້າ ແລະ ຕັດສິນໃຈຫລົບອັນຕະລາຍໄດ້ຊ້າກ່ວາຄົນປົກກະຕິ, ຂາດຄວາມຄິດຄຳນຶງເຖິງອັນຕະລາຍທີ່ຈະເກີດຂຶ້ນ. ສ່ວນຄົນທີ່ເກີດເຫດໄປແລ້ວ ມັກຈະບໍ່ຮູ້ສຶກໂຕໃນລະຫ່ວາງການຊ່ວຍເຫລືອຕົນເອງ. ສ່ວນຫລັງເກີດເຫດນັ້ນມັກຈະຫລົບໜີ ຫລື ຫລົບລີ້ ຫລື ມາຫາທ່ານໝໍຊ້າກ່ວາຄົນອື່ນໆ.

ຄົງຕ້ອງຍຳ້ເຕືອນກັນອີກເທື່ອໜຶ່ງວ່າຜູ້ທີ່ຢາກດື່ມເຄື່ອງດື່ມມຶນເມົານັ້ນຄວນຫລີກເວັ້ນຫາກຈຳເປັນຕ້ອງຂັບຂີ່ຍານພາຫະນະ, ຫາກຈຳເປັນຕ້ອງດື່ມກໍບໍ່ຄວນຂັບລົດເອງ, ແຕ່ຄວນໃຫ້ໝູ່ທີ່ບໍ່ດື່ມຊ່ວຍຂັບໄປສົ່ງຈະດີກ່ວາ ຫລື ນອນຄ້າງຄືນຢູ່ເຮືອນໝູ່ເລີຍກໍໄດ້ ຕະຫລອດຮອດໃຊ້ບໍລິການສາທາລະນະແທນຈະປອດໄພກ່ວາ ເພາະເຄື່ອງດື່ມມຶນເມົານັ້ນ ເຖິງຈະໃຫ້ຄວາມມ່ວນຊື່ນ, ສຳລານໃຈໃນຂະນະທີ່ດື່ມ, ແຕ່ກໍເປັນພິດເປັນໄພໃນພາຍຫລັງ, ເສຍສະຕິປັນຍາ, ຊັບສິນ,​ ສຸຂະພາບ, ບຸກຄະລິກ ທາງທີ່ດີຄວນດື່ມໜ້ອຍໆ ແລະ ດື່ມເທົ່າທີ່ຈຳເປັນເທົ່ານັ້ນ ຫລື ຈະໃຫ້ດີທີ່ສຸດກໍຄວນຫລີກເວັ້ນການດື່ມໄປເລີຍຍິ່ງດີ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ