ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກູບາ

ວັນທີ 21 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 20-21 ກຸມພາ 2025.
ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ສະຫາຍ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ, ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ເຊິ່ງຖືເປັນການຢ້ຽມຢາມທີ່ມີຄວາມໝາຍຄວາມສໍາຄັນ ແນໃສ່ສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອດີງາມມາຢ່າງຍາວນານລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
, ສອງຝ່າຍ ຕ່າງກໍໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ສປປ ລາວ ແລະ ສ ກູບາ ເປັນປະເທດເພື່ອນມິດຍຸດທະສາດ, ມີການພົວພັນຖານ ອ້າຍນ້ອງ ແລະ ມີການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ. ການພົວພັນຮ່ວມມື ທາງດ້ານການເມືອງ ຂອງສອງປະເທດ ແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ໜັກແໜ້ນ, ມີການປະສານສົມທົບ, ຕິດຕໍ່ພົວພັນ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ອວຍພອນໃຫ້ ທ່ານ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ ຈົ່ງປະສົບຜົນສໍາເລັດໃນການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະແມ່ນການພົບປະສອງຝ່າຍກັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມນີ້ ຍັງໄດ້ຝາກຄໍາຢື້ຢາມຖາມຂ່າວໄປຍັງ ການນໍາຂັ້ນສູງຂອງພັກ-ລັດ ແຫ່ງ ສ ກູບາ ໂດຍສະເພາະ ສະຫາຍ ມານູເອັນ ມາເຣໂຣ ນາຍົກລັດຖະມົນຕີ ແຫ່ງ ສ ກູບາ ແລະ ເຊື້ອເຊີນໃຫ້ທ່ານມາຢ້ຽມຢາມ ສປປ ລາວ ໃນເວລາອັນສະດວກ ແລະ ເໝາະສົມ.

