ຄວາມຂັດແຍ້ງທີ່ດິນໜຶ່ງໃນປາກົດການໂດດເດັ່ນໃນສັງຄົມລາວ

ໂດຍ: ທິດກໍ່າ

ໃນເງື່ອນໄຂທີ່ປະເທດຊາດບ້ານເມືອງຂອງພວກເຮົາເລີ່ມມີການສ້າງສາພັດທະນາ, ພັກ ແລະ ລັດຖະບານ ໄດ້ວາງແນວທາງພັດທະນາເປັນໄລຍະໆ ເຊິ່ງມາຮອດປັດຈຸບັນມະຕິຂອງພັກໄດ້ເດີນທາງມາຮອດຄັ້ງທີ 11 ແລະ ພວມຈະກ້າວສູ່ຄັ້ງທີ 12. ສ່ວນແຜນພັດທະນາເສດຖະກິດ-ສັງຄົມກໍພວມຢູ່ໃນໄລຍະທ້າຍສະໄໝຄັ້ງທີ 9 ແລະ ພວມຈະກ້າວສູ່ຄັ້ງທີ 10 ແນ່ນອນ. ໃນເມື່ອປະເທດຊາດພວມມີການສ້າງສາພັດທະນາ ປັດໄຈຕ່າງໆກໍຍ່ອມຕາມມາ ໃນນີ້ກໍມີທັງອັນດີ, ອັນບໍ່ດີ, ອັນຕັ້ງໜ້າ ແລະ ຫຍໍ້ທໍ້ຕ່າງໆ, ແຕ່ສິ່ງທີ່ດີ ແລະ ຕັ້ງໜ້າມັນມີມາກມາຍມະຫາສານທີ່ສ້າງປັດໄຈອັນໃຫຍ່ຫລວງແກ່ການພັດທະນາປະເທດຊາດ. ແຕ່ໄປຄຽງຄູ່ກັນນັ້ນ ໜຶ່ງໃນສິ່ງຫຍໍ້ທໍ້ກາຍເປັນປາກົດການທີ່ໂດດເດັ່ນໃນສັງຄົມລາວກໍແມ່ນຄວາມຂັດແຍ້ງກ່ຽວກັບກໍາມະສິດການນໍາໃຊ້ທີ່ດິນ, ແຕ່ກໍເຫັນວ່າໃນໄລຍະຜ່ານມາກໍລະນີຂັດແຍ້ງຕ່າງໆທີ່ເກີດຂຶ້ນແມ່ນໄດ້ຮັບການແກ້ໄຂຕາມຂັ້ນຕອນ ແລະ ສອດຄ່ອງກັບກົດໝາຍບ້ານເມືອງ.

ຢ່າງໃດກໍດີ, ເພື່ອເປັນການແກ້ໄຂຢ່າງເລັ່ງດ່ວນໃນປີ 2025 ໂອກາດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ເຊິ່ງຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 31 ມັງກອນ 2025 ຜ່ານມາ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເນັ້ນໜັກກ່ຽວກັບບັນຫາທີ່ດິນ ໂດຍໃຫ້ຂະແໜງການດັ່ງກ່າວເລັ່ງເອົາໃຈໃສ່ປະຕິບັດ 11 ບັນຫາໃຫ້ສໍາເລັດຄື:

ໜຶ່ງ: ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ໃຫ້ມີຜົນສໍາເລັດ.

ສອງ: ສູ້ຊົນຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ບັນລຸຕົວເລກຄາດໝາຍ 3 ແສນຕອນ ໃນປີ 2025.

ສາມ: ຮີບຮ້ອນຈັດຕັ້ງປະຕິບັດມະຕິເລກທີ 57/ຄປຈ ວ່າດ້ວຍການພິຈາລະນາຮັບຮອງການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ໃຫ້ມີປະສິດທິຜົນ.

ສີ່: ເອົາໃຈໃສ່ຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030 ຕາມເປົ້າໝາຍໃນເນື້ອທີ່ດິນສະຫງວນ ແລະ ອະນຸລັກໃຫ້ໄດ້ 70% ແລະ ເນື້ອທີ່ດິນຈະນໍາໃຊ້ ແລະ ພັດທະນາ 30%.

ຫ້າ: ປະສານສົມທົບກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນສ້າງແຜນຈັດສັນທີ່ດິນຂັ້ນເມືອງ, ຂັ້ນບ້ານໃຫ້ສໍາເລັດໃນຂອບເຂດທົ່ວປະເທດ.

ຫົກ: ຊຸກຍູ້ບັນດາຂະແໜງການຂຶ້ນບັນຊີທີ່ດິນ ແລະ ສ້າງຍຸດທະສາດ ແລະ ແຜນນໍາໃຊ້ທີ່ດິນທີ່ຕົນເອງຄຸ້ມຄອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ເຈັດ: ກວດຄືນ ແລະ ດັດປັບເຂດປະເມີນລາຄາທີ່ດິນ ແລະ ແຜນທີ່ປະເມີນລາຄາໃຫ້ແທດເໝາະຕົວຈິງ.

ແປດ: ຫັນເປັນອັນທັນສະໄໝໃນການຄຸ້ມຄອງທີ່ດິນ ແລະ ພັດທະນາລະບົບຖານຂໍ້ມູນທີ່ດິນໃຫ້ສໍາເລັດໂດຍໄວ.

ເກົ້າ: ເລັ່ງຫັນເອົາທຸລະກິດການຊື້ຂາຍທີ່ດິນໃຫ້ເຂົ້າສູ່ລະບຽບການໃຫ້ທັນສະໄໝ ແລະ ກໍານົດການຊໍາລະຜ່ານລະບົບທະນາຄານ.

ສິບ: ໃຫ້ກວດກາ ແລະ ປະເມີນຄືນບັນດາໂຄງການໃຫ້ເຊົ່າ-ສໍາປະທານທີ່ດິນຂອງລັດ ໂດຍໃຫ້ກວດກາເນື້ອທີ່ດິນໂຄງການໃດບໍ່ປະຕິບັດພັນທະທາງດ້ານພາສີອາກອນ ຫລື ບໍ່ພັດທະນາກໍໃຫ້ມີມາດຕະການດ້ານວິໄນ ລວມໄປເຖິງຖອດຖອນສິດນໍາໃຊ້ໂຄງການ.

ສິບເອັດ: ໃຫ້ສືບຕໍ່ແກ້ໄຂບັນຫາປາກົດການຫຍໍ້ທໍ້ ແລະ ຫາງສຽງປະຊາຊົນກ່ຽວກັບວຽກງານທີ່ດິນ.

ນີ້ແມ່ນໜ້າວຽກທີ່ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ທີ່ໄດ້ມອບໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈັດຕັ້ງປະຕິບັດໃນປີ 2025, ແຕ່ຈະສໍາເລັດ ຫລື ໄດ້ຮັບຜົນພຽງໃດນັ້ນມັນຂຶ້ນກັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.