ເຂື່ອນໄຟຟ້ານ້ຳຂອງຫລວງພະບາງຄາດວ່າຈະເລີ່ມຜະລິດໄຟຟ້າພາຍໃນປີ 2027

ວັນທີ 8 ກຸມພາ 2025 ຜ່ານມານີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຊົມໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້້າຂອງ ຫລວງພະບາງ ຕັ້ງຢູ່ລະຫວ່າງເມືອງຈອມເພັດ ກັບ ເມືອງປາກອູ

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງຫລວງພະບາງ ເປັນໂຄງການພັດທະນາເຂື່ອນໄຟຟ້າ ພະລັງງານນໍ້າແບບຍືນຍົງ ເຊິ່ງໄດ້ຖອດຖອນບົດຮຽນຈາກ ການພັດທະນາເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ມີມູນຄ່າການກໍ່ສ້າງປະມານ 5 ຕື້ ໂດລາ, ໄດ້ຜ່ານການວິເຄາະພັນປາເພື່ອອານຸລັກ, ສຳຫລວດ-ອອກແບບໃຫ້ເໝາະສົມກັບພື້ນທີ່ ໂດຍບໍ່ສົ່ງຜົນກະທົບຕໍ່ເຂດມໍລະດົກໂລກຫລວງພະບາງ, ຫລີກລ້ຽງຜົນກະທົບໜັກ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະລະດັບນໍ້າທີ່ຍື່ງຂື້ນ ແມ່ນບໍ່ເກີນ 310 ແມັດ ຈາກລະດັບໜ້ານໍ້າທະເລ ຫລື ເທົ່າກັບລະດັບນໍ້າທີ່ເຄີຍມີປະລິມານສູງຂຶ້ນ ໃນລະດູຝົນໄລຍະຜ່ານມາ, ມີສິ່ງອຳນວຍຄວາມສະດວກໃຫ້ ການຂື້ນ-ລົງຂອງເຮືອຂົນສົ່ງສິນຄ້າ ລະດັບ 500 ໂຕ່ນ ແລະ ເຮືອຂົນສົ່ງໂດຍສານ ໃຊ້ເວລາປະມານ 40 ນາທີ, ຮອງຮັບແຮງສັ່ນສະເທືອນ ຈາກເຫດການແຜ່ນດິນໄຫວ ໃນລະດັບທີ່ແນ່ນອນ ແລະ ບັນຫາອື່ນໆ.

ທ່ານລັດຖະມົນຕີ ກະຊວງການເງິນເນັ້ນໃຫ້ຜູ້ພັດທະ ນາໂຄງການຄົ້ນຄວ້າແກ້ໄຂບາງບັນຫາທີ່ກະທົບຕໍ່ຄວາມຍືນຍົງ, ຕໍ່ການດຳລົງຊີວິດ ຂອງປະຊາຊົນຊາວຫຼວງພະບາງ ໂດຍສະເພາະແມ່ນການປັບປຸງໃຫ້ສາຍນ້ຳຂອງ ເຂດພັດທະນາໂຄງການ ມີໄຄທຳມະຊາດ ໄດ້ຊົມໃຊ້ເຂົ້າໃນການບໍລິໂພກ ແລະຜະລິດໄຄແຜ່ນຂາຍເປັນສີນຄ້າ.
ປັດຈຸບັນ ໂຄງການກໍ່ສ້າງ ກຳລັງດຳເນີນການກໍ່ສ້າງຕາມແຜນການ ໂດຍສະເພາະແມ່ນການກໍ່ສ້າງໂຕເຂື່ອນ ເຊິ່ງໄດ້ອ່ວຍນໍ້າໃຫ້ເຮືອສາມາດຂຶ້ນລົງໄດ້ຕາມປົກກະຕິ ແລະ ກໍ່ສ້າງຮາກຖານຂອງໂຕເຂື່ອນ ພາຍຫລັງສຳເລັດຈະສືບຕໍ່ປ່ຽນແລວນໍ້າ ເພື່ອດຳເນີນການກໍ່ສ້າງຮາກຖານຂອງເຄື່ອນອີກເບື້ອງໜຶ່ງ ຄາດວ່າໂຄງການກໍ່ສ້າງຈະສຳເລັດພາຍໃນ 5 ປີ ຫລຸດຈາກເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ 2 ປີ ຫລື ປະມານປີ 2027 ຈະໄດ້ເລີ່ມຜະລິດໄຟຟ້າ.